ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13
ພາບ:baomoi.com
|
(vovworld)- ທີ່ວາລະປະຊຸມໃນຕອນເຊົ້າວັນທີ 23/6 ຂອງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ, ບັນດາສະມາຊິກສະພາແຫ່ງຊາດ ລ້ວນແຕ່ເຫັນດີຕໍ່ຮ່າງກົດໝາຍສະບັບນີ້, ໃນນັ້ນ ກຳນົດເປີດກວ້າງສິດອຳນາດໃຫ້ສານປະຊາຊົນແຂວງ, ນະຄອນທີ່ຂຶ້ນກັບສູນກາງ ໄດ້ພິພາກສາຂັ້ນຕົ້ນບັນດາການຮ້ອງຟ້ອງຂໍ້ຕົກລົງດ້ານບໍລິຫານ, ການກະທຳຜິດທາງດ້ານບໍລິຫານຂອງຄະນະກຳມະການປະຊາຊົນຂັ້ນເມືອງ, ປະທານຄະນະກຳມະການປະຊາຊົນຂັ້ນເມືອງ. ເພື່ອຍົກສູງປະສິດທິຜົນໃນການປະຕິບັດຄຳຕັດສິນຂອງສານກ່ຽວກັບການກະທຳຜິດທາງດ້ານບໍລິຫານ, ທ່ານ ຮີ່ງເຫງ້ຍ, ສະມາຊິກສະພາແຫ່ງຊາດ ນະຄອນ ດາຫນັງ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າສະເຫນີຄະນະຮຽບຮຽງ ຄວນສ້າງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານກ່ຽວກັບການກະທຳຜິດທາງດ້ານບໍລິຫານເພື່ອຮັບປະກັນໃຫ້ຄຳຕັດສິນຂອງສານໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ຄວາມຮັບຜິດຊອບຂອງການນຳອົງການລັດ ບັງຄັບຕ້ອງປະຕິບັດຄຳຕັດສິນຂອງສານ, ອາດຈະຖືກປົດຕຳແຫນ່ງ, ໃຫ້ຢຸດງານ ຫລື ປັບໄຫມທາງອາຍາ ຖ້າຫາກຕັ້ງໃຈບໍ່ປະຕິບັດຄຳຕັດສິນຂອງສານ. ເຮັດໄດ້ຄືແນວນັ້ນ ຈຶ່ງຮັບປະກັນຂໍ້ກຳນົດກົດລະບຽບຂອງລັດ.”