(vovworld) – ໂດຍສືບຕໍ່ໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13, ວັນທີ 6/11, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະທີ່ຫໍປະຊຸມ, ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ ຫວຽດນາມ ແລະ ຮ່າງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍ 2 ສະບັບຈະຍື່ນສະເໜີຮັບຮອງເອົາທີ່ກອງປະຊຸມຄັ້ງນີ້.
ຕອນເຊົ້າວັນທີ 6/11, ສະພາແຫ່ງຊາດຮັບຟັງບົດລາຍງານອະພິປາຍ, ຄຳເຫັນປະກອບ, ປັບປຸງ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ ຫວຽດນາມ. ຮ່າງກົດໝາຍສຸມໃສ່ປັບປຸງ, ເພີ່ມເຕີມບາງເນື້ອໃນ, ຂໍ້ກຳນົດກ່ຽວກັບຕຳແໜ່ງພື້ນຖານຂອງນາຍທະຫານ, ກ່ຽວກັບອາຍຸປະຈຳການຂອງນາຍທະຫານ, ຂໍ້ກຳນົດຂັ້ນ, ຊັ້ນໃນກອງທັບເຊິ່ງສູງສຸດແມ່ນຊັ້ນນາຍພົນສຳລັບບັນດາຕຳແໜ່ງນາຍທະຫານໃນກອງປະທັບປະຊາຊົນຫວຽດນາມ, ກ່ຽວກັບການກຳນົດເລື່ອນຊັ້ນສຳລັບນາຍທະຫານພວມປະຈຳກມານ, ກ່ຽວກັບສິດອຳນາດຕົກລົງສຳລັບນາຍທະຫານ. ສສຊ ສ່ວນຫຼາຍຕີລາຄາວ່າ ຮ່າງກົດໝາຍໄດ້ປັບປຸງຕາມພື້ນຖານນິຕິກຳທີ່ຄົບຖ້ວນ, ແໜ້ນແຟ້ນເພື່ອຍົກສູງຄຸນນະພາບຖັນແຖວນາຍທະຫານ, ປະກອບສ່ວນສ້າງກອງທັບ ປຊຊປະຕິວັດຊຳນານຮົບ, ທັນສະໄໝເທື່ອລະກ້າວ.
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງບົດລາຍງານອະພິປາຍ, ຄຳເຫັນປະກອບ, ປັບປຸງ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ). ຮ່າງກົດໝາຍລວມມີ 7 ພາກ, 42 ມາດຕາກຳນົດກ່ຽວກັບຫຼັກການຈັດຕັ້ງ, ການເຄື່ອນໄຫວ, ພາລະໜ້າທີ່, ສິດອຳນາດ ແລະ ລະບອບ, ນະໂຍບາຍສຳລັບຕຳຫຼວດ ປະຊາຊົນ, ກຳນົດເປັນເອກະພາບຂັ້ນຕຳແໜ່ງສູງສຸດຂອງຕຳຫຼວດຢູ່ທ້ອງຖີ່ນ, ກ່ຽວກັບພາລະໜ້າທີ່ເຂົ້າຮ່ວມຖັນແຖວຕຳຫຼວດປະຊາຊົນ. ຄຳເຫັນຂອງຫຼາຍທ່ານຖືວ່າ, ຜູ້ຮັບໃຊ້ໃນກຳລັງຕຳຫຼວດ ປຊຊ ທີ່ມີການກຳນົດເວລາ ແມ່ນປະຕິບັດພັນທະພົນລະເມືອງ, ແມ່ນຮູບການປະຕິບັດພັນທະປົກປັກຮັກສາປະເທດຊາດ ໄດ້ຖືກຄັດເລືອກ ແລະ ນຳໃຊ້ນະໂຍບາຍໃນກຳລັງຕຳຫຼວດເໝືອນກັບພົນລະເມືອງປະຕິບັດພັນທະໃນກອງທັບ