ສະພາແຫ່ງຊາດຢູແກຼນຮັບຮອງເອົາກົດໝາຍວ່າດ້ວຍການຕ້ານການແຍກຕົວອອກ

ສະພາແຫ່ງຊາດຢູແກຼນຮັບຮອງເອົາກົດໝາຍວ່າດ້ວຍການຕ້ານການແຍກຕົວອອກ - ảnh 1
ສະມາຊິກສະພາແຫ່ງຊາດ ຢູແກຼນ ໃນກອງປະຊຸມເມື່ອວັນທີ 8/4
(ພາບ: http://dantri.com.vn)

(vovworld) – ວັນ​ທີ 8/4, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​​ແຍກ​ຕົວ​ອອກ ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຢຸດຕິ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່ 3 ​ແຂວງ​ທາງ​ທິດຕາ​ເວັນ​ອອກ. ຕາມ​ຮ່າງ​ກົດໝາຍ​ສະບັບ​ໃໝ່, ບັນດາ​ຜູ້​ຖືກ​ກ່າວ​ຫາ​ລະ​ເມີດ​ອະທິປະ​​ໄຕ​ເຂດ​ດິນ​ແດນ ຢູ​ແກຼນ ອາດ​ຈະ​ຖືກລົງ​ໂທດ​ຈຳ​ຄຸກ 5 ປີສຳລັບ​ລະ​ເມີດ​ຄັ້ງ​ທຳ​ອິດ ​ແລະ 10 ປີສຳລັບ​ໃຫ້ການ​ລະ​ເມີດ​ຄັ້ງຕໍ່​ໄປ. ກ່ອນ​ໜ້າ​ນັ້ນ, ການ​​ລົງ​​ໂທດ​ໃຫ້ການ​ກະທຳ​ລະ​ເມີດ​ດັ່ງກ່າວ​ພຽງ​ 3 ປີ​ເທົ່າ​ນັ້ນ. ນອກ​ຈາກ​ນັ້ນ, ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ກໍ່​ໄດ້​ເພີ່ມ​ຮັບ​ການ​ລົງ​​ໂທດ​ສຳລັບ​ໂທດ​ທໍ​ລະ​ຍົດ​ຊາດ, ຕາມ​ນັ້ນ​​ແລ້ວ, ຜູ້​ລະ​​ເມີດ​ຕ້ອງ​ຖືກຈຳ​ຄຸກ​ແຕ່ 12 – 15 ປີ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ການລົງ​ໂທດ​ 10 ປີ​ຄື​​ກ່ອນນີ້.

ຂ່າວ/ບົດ​ອື່ນ