ສະພາແຫ່ງຊາດສ.Montenegroຮັບຮອງເອົາມະຕິສະໜັບສະໜູນການເຂົ້າຮ່ວມNATO

ສະພາແຫ່ງຊາດສ.Montenegroຮັບຮອງເອົາມະຕິສະໜັບສະໜູນການເຂົ້າຮ່ວມNATO - ảnh 1
ສະພາແຫ່ງຊາດສ.Montenegroຮັບຮອງເອົາມະຕິ
ສະໜັບສະໜູນການເຂົ້າຮ່ວມNATO
(ພາບ​ປະ​ກອບ: GETTY IMAGES)

(vovworld) - ​ ວັນ​ທີ 18/06, ສະ​ພາ​ແຫ່ງ​ຊາດ ສ.Montenegro ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ໜັບ​ສະ​ໜູນ​ປະ​ເທດນີ້ ເຂົ້າ​ຮ່ວມອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ (NATO). ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ມະ​ຕິ​ດັ່ງ​ກ່າວ​ພ​ຽງ​​ແຕ່​ມີ​ລັກ​ສະ​ນະ​ສະ​ເໜີ​ແນະ ​ຫາກບໍ່​ມີ​ຄຸນ​ຄ່າ​ບັງ​ຄັບ. ເອ​ກະ​ສານ​ດັ່ງ​ກ່່າວ​ຖື​ວ່າ, ເລື່ອງ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ NATO ແມ່ນ​ຄຳ​ຕັດ​ສິນ​ປະ​ຫວັດ​ສາດ, ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ເທດສ.Montenegro ເທົ່າ​ນັ້ນ, ຫາກ​ນັບ​ທັງ NATO ອີກ​ດ້ວຍ. ວັນ​ທີ 19/05 ຜ່ານ​ມາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 28 ປະ​ເທດ​ສະ​ມາ​ຊິກອົງ​ການ NATO ແລະ ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕີ ສ.Montenegro, ທ່ານ Milo Dukanovic ໄດ້ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ຮັບ​ປະ​ເທດ Balkan ເຂົ້າ​ພັນ​ທະ​ມິດ​ການ​ທະ​ຫານ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ແຕ່​ວ່າ, NATO ຕ້ອງ​ມີ​ເວ​ລາ 18 ເດືອນ​ເພື່ອໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ຂອງ​ ສ.Montenegro.

ຂ່າວ/ບົດ​ອື່ນ