ສະພາແຫ່ງຊາດອີຣັກສືບຕໍ່ໂຈະເລື່ອງສ້າງຕັ້ງລັດຖະບານ

ສະພາແຫ່ງຊາດອີຣັກສືບຕໍ່ໂຈະເລື່ອງສ້າງຕັ້ງລັດຖະບານ - ảnh 1
ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ ອີຣັກ ຍັງມີການແບ່ງແຍກ
(ພາບ: AP)

(vovworld) - ວັນ​ທີ 13/7, ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ ອີຣັກ ສືບ​ຕໍ່​​ໂຈະ​ວາລະ​ປະຊຸມ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ພາຍຫຼັງ​ວາລະ​​ໄຂ​ເຊິ່ງບໍ່​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ໃດໆ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ​ບັນ​ດາ​ກຸ່ມ​ການ​ເມືອງ. ຜູ້​ຮັກສາ​ການ​ປະທານ​ສະພາ​ແຫ່ງ​ຊາດ Mahdi Al Hafidh, ​ໃຫ້​ຮູ້​ວ່າ: ທີ່​ວາ​ລະ​ປະຊຸມ, ດ້ວຍ​ສະມາຊິກ​ສະພາ​ແຫ່ງ​ຊາດ 233 ທ່ານ​ໃນ​ຈຳນວນ 328 ທ່າ​ນ​ເຂົ້າ​ຮ່ວມ​ນັ້ນ, ບັນດາ​ຝ່າຍ​ບໍ່​ເຫັນ​ດີ​ເປັນ​ເອກະສັນ​ຜູ້​ຈະ​ນຳ​ໜ້າ​ອົງການ​ນິຕິບັນຍັດ, ກໍ່​ຄື​ຮອງ​ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ. ດັ່ງ​ນັ້ນ, ວາລະ​ປະຊຸມ​ຈະ​​ເລື່ອນ​ໄປ​ຮອດ​ວັນ​ທີ 15/7. ຕາມ​ລັດຖະທຳ​ມະນູນ ອີຣັກ ​ແລ້ວ, ພາຍຫຼັງ​ການ​ເລືອກຕັ້ັ້ງປະທານ​ສະພາ​ແຫ່ງຊາດ ​ແລະ ຮອງ​ປະທານ​ສະພາ​ແຫ່ງ​ຊາດ 2 ທ່ານ, ​ໃນ​ຮອບ​ເວ​ລາ 30 ວັນ​ຈາກ​ນັ້ນ​ສະພາ​ແຫ່ງ​ຊາດ​ຕ້ອງ​​ເລືອກ​ເຟັ້ນຜູ້​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ. ຈາກ​ນັ້ນ, ປະທາ​ນາ​ທິບໍດີ​ຈະມີ​ເວລາ 15 ວັນ​ເພື່ອ​ສະ​ເໜີ​ສະພາ​ແຫ່ງ​ຊາດບົ່ງ​ຕົວ​ນາຍົກລັດຖະມົນຕີ.



ຂ່າວ/ບົດ​ອື່ນ