ສະພາແຫ່ງຊາດອາເມລິກາຄິດໄລ່ຊັ່ງຊາຮ່າງກົດໝາຍກ່ຽວກັບສິດເຈລະຈາໄວ

ສະພາແຫ່ງຊາດອາເມລິກາຄິດໄລ່ຊັ່ງຊາຮ່າງກົດໝາຍກ່ຽວກັບສິດເຈລະຈາໄວ - ảnh 1
ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ
(ພາບ: appropriations.house.gov)

(vovworld) – ໃນ​ບາດ​ກ້າວ​ທີ່​ໄດ​້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຄູ່​ເຈ​ລະ​ຈາ ອາ​ຊີ - ປາ​ຊີ​ຟິກ, ວັນ​ທີ 16/4, ບັນ​ດາ​ນັກ​ສ້າງ​ກົດ​ໝາຍ​ຂອງ ອາ​ເມ​ລິ​ກາ ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ສິດ​ເຈ​ລ​ະ​ຈາ​ໄວ ເພື່ອ​ຊ່ວຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ໄວ​ກ່ຽວ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ​້າມ​ປາ​ຊີ​ຟິກ (TPP) ແລະ ບ​ັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ອື່​ນໆ​ອີກ. ສະ​ມາ​ຊິກ​ສະ​ພາ​ຕ່ຳ​ພັກ​ສາ​ທາ​ລະ​ນະ Orrin Hatch, ປະ​ທານ​ກຳ​ມາ​ທິ​ການ​ການ​ເງິນ​ສະ​ພາ​ສູງ, ໃຫ້​ຮູ້​ວ່າ: ຮ່າງ​ກົດ​ໝາຍ​ມີ​ລັກ​ສະ​ນະ​ປະ​ນິ​ປະ​ນອມ​ທີ່​ຫາກໍ່​ບັນ​ລຸ​ໄດ້ລະ​ຫວ່າງພັກ​ສາ​ທາ​ລະ​ນະ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ ແລະ ປ​ະ​ຈຸ​ບັນ​ພວມ​ໄດ້​ຍື່ນ​ສະ​ເໜີ​ຕໍ່​​ທັງສະ​ພາ​​ຕ່ຳ ແລະ ສະ​ພາ​ສູງ ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍານ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ຢ້ຽ​ມ​ຢາມ ອາ​ເມ​ລ​ິ​ກາ​ ໃນ​ທ້າຍ​ເດືອນ 4 ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ເທົ່າ​ນັ້ນ, ຫ​າກ​ຍັງ​ຈະ​ເປີດ​ປະ​ຕູ​ໃຫ້​ແກ່​ການ​ສິ້ນ​ສຸດ​ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວກ​ັບ TPP ລະ​ຫວ່າງ ອາ​ເມ​ລິ​ກາ ກັບ 11 ຄູ່​ຮ່ວມ​ມື ອາ​ຊ​ີ ອີກດ​້ວຍ.


ຂ່າວ/ບົດ​ອື່ນ