ສະພາແຫ່ງຊາດອາເມລິກາຮັບຮູ້ທ່ານDonald Trump ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ
ທ່ານ Donald Trump ຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຢູ່ ອາເມລິກາ
(ພາບ: thethaovanhoa.vn)
|
(vovworld) - ວັນທີ 6/1, ສະພາແຫ່ງຊາດ ອາເມລິກາ ຮັບຮູ້ທ່ານ Donald Trump ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ໄດ້ຈັດຕັ້ງໃນວັນທີ 8/11/2016 ຜ່ານມາ ແລະ ໄດ້ກາຍເປັນປະທານາທິບໍດີຜູ້ທີ 45 ຂອງປະເທດ ອາເມລິກາ. ກ່າວຄຳເຫັນກັບບັນດາສະມາຊິກສະພາແຫ່ງຊາດ, ພາຍຫຼັງສິ້ນສຸດການນັບບັດເລືອກຕັ້ງທີ່ວາລະປະຊຸມຂອງບັນດາສະມາຊິກສະພາແຫ່ງຊາດສຳຄັນໃນວັນທີ 19/12 ຜ່ານມາ, ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ໄດ້ຖະແຫຼງວ່າ “ທ່ານ Donald Trump ມາຈາກ ນິວຢອກ ຍາດໄດ້ບັດເລືອກຕັ້ງ 304 ບັດ ແລະ ກາຍເປັນປະທານາທິບໍດີ ອາເມລິກາ” ໃນຂະນະນັ້ນ, ທ່ານນາງ Hillary Clinton ສັງກັດພັກປະຊາທິປະໄຕຍາດໄດ້ພຽງ 227 ບັດ.
ຄາດວ່າ, ພາຍຫຼັງພິທີສາບານຕົວເຂົ້າດຳລົງຕຳແໜ່ງໃນວັນທີ 20/1 ຂອງ, ທ່ານປະທານາທິບໍດີຜູ້ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງ Donald Trump ຈະເລີ່ມຕົ້ນຂ້ອງຄາກັບໂຄງການດຳເນີນງານຂອງຕົນ.