ສະມັດຊາໃຫຍ່ສະຫະປະຊາຊາດໄຂກອງປະຊຸມຄັ້ງທີ71
ສະມັດຊາໃຫຍ່ສະຫະປະຊາຊາດໄຂກອງປະຊຸມຄັ້ງທີ71
(ພາບ: THX/TTXVN)
(vovworld) - ຕອນເຊົ້າວັນທີ 14/09 (ຕາມເວລາຫວຽດນາມ), ກອງປະຊຸມໃຫຍ່ຄັ້ງທີ 71 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຖືກໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 193 ປະເທດສະມາຊິກ ແລະ ບັນດາອົງການຈັດຕັ້ງສາກົນ, ພາຍໃຕ້ການເປັນປະທານຂອງທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 71 Peter Thompson ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ Peter Thompson ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍຂອງໂຄງການດຳເນີນງານພັດທະນາແບບຍືນຍົງ 2030 ແລະ ສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງເສີມສະມັດຊາໃຫຍ່ ເອົາໃຈໃສ່ເປັນພິເສດເຖິງບັນດາບັນຫາສິດທິມະນຸດໃນຕະຫຼອດເວລາດຳເນີນກອງປະຊຸມຄັ້ງທີ 71. ນອກຈາກນັ້ນ, ທ່ານກໍໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຊອກຫາບັນດາມາດຕະການໃໝ່ ເພື່ອແກ້ໄຂບັນດາການປະທະກັນທີ່ແກ່ຍາວ, ຕໍ່ສູ້ຕ້ານການກໍ່ການຮ້າຍ, ປັບປຸງການຄຸ້ມຄອງຊາວອົບພະຍົບ ແລະ ລີ້ໄພ, ພ້ອມທັງແກ້ໄຂບັນດາວິກິດການມະນຸດສະທຳ.