(vovworld) – ໂດຍສືບຕໍ່ການເຄື່ອນໄຫວຕ່າງໆຂອງກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສີກອນຫວຽດນາມ ຄັ້ງທີ 12 (ຊຸດທີ 5). ວັນທີ 23/5, ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິສູນກາງທີ 5 (ຊຸດທີ 8) ກ່ຽວກັບການກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຊາດ. 15 ປີຜ່ານມາ, ສະມາຄົມທຸກຂັ້ນ ໄດ້ປະຕິບັດມະຕິຢ່າງມີປະສິດທິຜົນ, ປະກອບສ່ວນກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຄົ້ນໄປດ້ວຍສີສັນຊາດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ທ່ານນາງ ຫງວຽນຮົ່ງຫຼີ, ຮອງປະທານສະມາຄົມຊາວກະສີກອນຫວຽດນາມ , ຖືວ່າ, ການປະຕິບັດບັນດາເນື້ອໃນຂອງມະຕິ ໄດ້ປະກອບສ່ວນປຸກລຸກມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ຊ່ວຍເຫຼືອກັນໃນການຜະລິດ ແລະ ຊີວິດການເປັນຢູ່. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາງ ຫງວຽນຮົ່ງຫຼີ, ໃຫ້ຮູ້ວ່າ:
“ສະມາຄົມທຸກຂັ້ນສືບຕໍ່ຍູ້ແຮງວຽກງານໂຄສະນາ ແລະ ສຶກສາໃຫ້ພະນັກງານ, ສະມາຊິກໃນສະມາຄົມ, ຊາວກະສີກອນຍົກສູງສະຕິຄວາມຮັບຜິດຊອບຕໍ່ປະຊາຄົມ, ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມ ແລະ ຮັກສາ, ເສີມຂະຫຍາຍຄູນຄ່າວັດທະນະທຳທີ່ເປັນມູນເຊື້ອຢູ່ເຂດຊົນນະບົດຢ່າງມີໄຊ. ຍູ້ແຮງບັນດາຂະບວນການຊາວກະສີກອນແຂ່ງຂັນກັນກໍ່ສ້າງຊົນນະບົດໃໝ່ ຕິດພັນກັບຂະບວນການ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳ“ ເພື່ອໃຫ້ຂະບວນການມີປະສິດທິຜົນກວ່າອີກ, ແນໃສ່ຍົກສູງຊີວິດທາງດ້ານຈິດໃຈໃຫ້ສະມາຊິກຊາວກະສີກອນ ແລະ ປະກອບສ່ວນສ້າງຊາວກະສີກອນໃໝ່ ໃນໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ “