(vovworld) - ຕອນບ່າຍວັນທີ 11/12, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮີ່ນດ໋າມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມພຸດທະສາສະໜາແຂວງ ກວາງຈີ້. ນະທີ່ນີ້, ທ່ານຮີ່ນດາມ ປາດຖະໜາວ່າ ບັນດາພະສົງສຳມະເນັນແຂວງ ກວາງຈີ້ ຈົ່ງສືບຕໍ່ເສີມຂະຫຍາຍນ້ຳໃຈປ້ອງກັນປະເທດຊາດ - ເຮັດໃຫ້ປະຊາຊົນມີຄວາມສະຫງົບສຸກ, ຂົນຂວາຍສາສະນິກະຊົນ ແລະ ປະຊາຊົນພາຍໃນແຂວງເພີ່ມທະວີນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ; ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນສ້າງສາບ້ານເກີດເມືອງນອນ, ປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ. ພິເສດແມ່ນບັນດາການເຄື່ອນໄຫວເພື່ອການກຸສົນ, ດ້ວຍນ້ຳໃຈເມດຕາຈິດ, ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ; ພ້ອມທັງແນະນຳພະສົງສາມະເນນ, ພຸດທະສາສະນິກະຊົນ ເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງໃຫ້ໝັ້ນຄົງເຂັ້ມແຂງ, ເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ຢ່າງແທດຈິງ ແລະ ຕິດພັນກັບແນວໂຮມປະເທດຊາດຫວຽດນາມ ຢ່າງແໜ້ນແຟ້ນ.