ສະມາຄົມມິດຕະພາບຫວຽດນາມ- ລາວ ສະຫລຸບວຽກງານປີ 2012
(ພາບປະກອບ)
(VOV)- ຕອນເຊົ້າວັນທີ 30/11, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດກອງປະຊຸມສະຫລຸບວຽກງານປີ 2012 ແລະ ກຳນົດທິດວຽກງານປີ 2013. ປີ 2012, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດບັນດາການເຄື່ອນໄຫວປະກອບສວ່ນສຳຄັນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ. ໃນນັ້ນ, ພົ້ນເດັ່ນແມ່ນການຈັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ-ລາວ ຄັ້ງທີ 3, ງານຊຸມນຸມມິດຕິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ. ແລະ ກໍ່ໃນປີ 2012, ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ຈັດບັນດາການເຄື່ອນໄຫວຕອບບຸນແທນຄຸນ, ເຂົ້າຮ່ວມຄະນະຈັດຕັ້ງການເສັງ “ຊອກຮູ້ປະຫັວດສາດການພົວພັນພິເສດຫວຽດນາມ-ລາວ; ລາວ-ຫວຽດນາມ“. ທ່ານຫວູ໋ຈ້ອງກີມ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ຢືນຢັນວ່າ:
“ພວກເຮົາຈັດບັນດາການເຄື່ອນໄຫວຈາກການຊີ້ນຳຂອງການນຳສອງຝ່າຍ, ດ້ວຍນ້ຳໃຈສາມັກຄີມິດຕະພາບພິເສດ, ປະຊາຊົນທຸກຊັ້ນວັນນະມີຜົນສະທ້ອນອັນໃຫ່ຍຫຼອງເຖິງການພົວພັນຂອງສອງປະເທດໃນໄລຍະປະຈຸບັນນີ້ ແລະ ມີຄວາມໝາຍຫວນຄືນປະຫວັດສາດ, ຕັກເຕືອນໃຫ້ຄົນລຸ້ນຫຼັງ. ປີ 2013, ບັນດາການເຄືອ່ນໄຫວສາມັກຄີມິດຕະພາບຕ້ອງໄດ້ຮັບການຍົກສູງຂຶ້ນ, ສືບຕໍ່ທ່າພັດທະນາ ແລະ ປະຕິບັດເປັນເປັນຢ່າງດີ.“