ສະ​ວິດ ພ້ອມ​ແລ້ວ​ທີ່​ຈ​ະ​ເປັນ​ເຈົ້າ​ພາບ​ຈັດ ການ​ເຈ​ລະ​ຈາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ - ເອີ​ລົບ

(VOVWORLD) -ທ່ານ Lea Zurcher ໂຄສົກ ຂອງກະຊວງການຕ່າງປະເທດ ສະວິດ ໃຫ້ຮູ້ວ່າ: ສະວິດພ້ອມແລ້ວທີ່ຈະສະໜອງການບໍລິການຂອງຕົນຖ້າຫາກວ່າ ພວກມັນມີປະໂຫຍດ ແລະ ມີຄວາມຕ້ອງການ. ສິ່ງນີ້ ລວມມີທັງບົດບາດເປັນເຈົ້າພາບຈັດຕັ້ງ ຫຼື ປະສານງານການເຈລະຈາ ແລະ ກອງປະຊຸມຄັ້ງຕ່າງໆ. 
ສະ​ວິດ ພ້ອມ​ແລ້ວ​ທີ່​ຈ​ະ​ເປັນ​ເຈົ້າ​ພາບ​ຈັດ ການ​ເຈ​ລະ​ຈາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ - ເອີ​ລົບ - ảnh 1ນັກຮົບຢູແກຼນຢູ່ Donbass (ພາບ: Reuters)

ວັນທີ 16 ທັນວາ, ກະຊວງການຕ່າງປະເທດ ສະວິດ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະຈັດ ການເຈລະຈາກ່ຽວກັບບັນຫາຄວາມໝັ້ນຄົງ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ບັນດາປະເທດເອີລົບຖ້າມີຄວາມຈຳເປັນ. ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກປະທານາທິບໍດີ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Ryabkov ພ້ອມແລ້ວທີ່ຈະເດີນທາງໄປຍັງປະເທດທີ່ເປັນກາງ ເພື່ອເຂົ້າຮ່ວມການເຈລະຈາ.

ສ່ວນທ່ານ Lea Zurcher ໂຄສົກ ຂອງກະຊວງການຕ່າງປະເທດ ສະວິດ ໃຫ້ຮູ້ວ່າ: ສະວິດພ້ອມແລ້ວທີ່ຈະສະໜອງການບໍລິການຂອງຕົນຖ້າຫາກວ່າ ພວກມັນມີປະໂຫຍດ ແລະ ມີຄວາມຕ້ອງການ. ສິ່ງນີ້ ລວມມີທັງບົດບາດເປັນເຈົ້າພາບຈັດຕັ້ງ ຫຼື ປະສານງານການເຈລະຈາ ແລະ ກອງປະຊຸມຄັ້ງຕ່າງໆ. ນອກຈາກນັ້ນ, ສະວິດ ກໍ່ບໍ່ມີຄຳວິພາກວິຈານໃດກ່ຽວກັບຄວາມຮຽກຮ້ອງລະອຽດຍ້ອນເຫດຜົນປິດລັບ.

ຕອບກັບ

ຂ່າວ/ບົດ​ອື່ນ