ສະວິດຍຸບເລິກການປິດລ້ອມບັນດາບັນຊີຂອງອີຣານ

ສະວິດຍຸບເລິກການປິດລ້ອມບັນດາບັນຊີຂອງອີຣານ - ảnh 1
ພາບປະກອບ

(vovworld) – ​ ​ ສະ​ວິດ​ໄດ້​ຍຸບ​ເລິກ​ການ​ປິດ​ລ້ອມ​ບັນດາບັນຊີຂອງ ອີຣານ ພາຍຫຼັງ​ບັນດາຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ​ຄືນ​ເຕ​ເຣຣານຖືກ ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ ​ເອີ​ລົບ (EU) ​ຍຸບ​ເລິກ. ​ໃນ​ໄລຍະ​ແຕ່​ປີ 2007 – 2012, ບັນດາ​ທະນາຄານ​ຂອງ ສະ​ວິດ ​ໄດ້​ປິດ​ລ້ອມ​ບັນຊີຕ່າງໆຂອງ ອີຣານ ທີ່​ມີ​ມູນ​ຄ່າປະມານ 12 ລ້ານ Franc (​ເທົ່າ​ກັບ 11,8 ລ້ານ USD), ສ່ວນ​ໜຶ່ງ​​ໃນ​ບັນດາ​ມາດຕະການ​ລົງ​ໂທດ ອີຣານ ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ​ເດືອນ 1/2016, ອີ​ຢູ ​ແລະ ອາ​ເມ​ລິ​ກາ ​ເລີ່ມຜ່ອນຄາຍ​ບັນດາ​ມາດ​ຕະການ​ລົງ​ໂທ​ດ​ ອີຣານ, ອະນຸຍາດ​ໃຫ້​ບັນດາ​ທະນາຄານ​ຕ່າງປະ​ເທດຍຸບ​ເລິກ​ການ​ປິດ​ລ້ອມບັນດາບັນ​ຊີຂອງ​ອີຣານ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ປະຈຸ​ບັນ ອີຣານ ມີ​ບັນດາ​ບ້ວງ​ເງິນ​ຝາກ​ທີ່​ມີ​ມູນ​ຄ່າ​ປະມານ 30 ຕື້ USD ​ຖືກ​ປິດ​ລ້ອມ​ຢູ່​ບັນດາ​ທະນາຄານ​ແຫ່ງ​ຕ່າງໆ​ໃນ​ທົ່ວ​​ໂລກ. ຂໍ້​ຕົກລົງ​ນິວ​ເຄຼຍຂອງ​ ອີຣານ ກໍ​ໄດ້​ເປີດ​ກາລະ​ໂອກາດ​ດຳ​​ເນີນ​ທຸລະ​ກິດ, ລົງທຶນ​ໃໝ່, ຕາມ​ນັ້ນ​ແລ້ວ, ບໍລິສັດ​ຂອງ ສະ​ວິດ ບາງ​ແຫ່ງ​ພວມ​ມຸ່ງ​ຫວັງ​ອາດ​ສາມາດ​ນຳ​ໜ້າ​ຢູ່​ຕະຫຼາດ​ໃໝ່​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ສາມ​າດບ່ົມ​ຊ້ອນ​ຢູ່ ອີຣານ.

 


ຂ່າວ/ບົດ​ອື່ນ