ສະຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດຫວຽດນາມ - ແຊກ
ການສະແດງສິລະປະເປີດສາກການສະເຫຼີມສະຫຼອງ
(ພາບ: Ngọc Mai/Vietnam+)
|
(vovworld) - ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ແຊກ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 3/2 ທີ່ສຳນັກງານສະພາຕ່ຳ ສ.່ແຊກ, ທ່ານເອກອັກຄະລັດຖະທູດຫວຽດນາມ ເຈືອງແມ້ງເຊີນ, ເນັ້ນໜັກວ່າ, ການພົວພັນທາງການທູດຫວຽດນາມ - ສ.ແຊກ ໄດ້ຮັບການເປີດກວ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນ 65 ປີຜ່ານມາ. ຫວຽດນາມ ຢາກເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກັບ ສ.ແຊກ ກໍ່ຄືຈະຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ເນື່ອງໃນເຫດການນີ້, ປີ 2015 ໄດ້ຮັບຖືວ່າແມ່ນປີວັດທະນະທຳຫວຽດນາມ ຢູ່ ສ.ແຊກ. ທ່ານ ເຈືອງແມ້ງເຊີນ ຢືນຢັນວ່າ, ປະຈຸບັນ, ມີຊາວຫວຽດນາມປະມານ 60.000 ຄົນພວມດຳລົງຊີວິດເປັນປົກກະຕິ, ເຂົາເຈົ້າໄດ້ປະຕິບັດກົດໝາຍ, ເຊື່ອມໂຍງ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງສັງຄົມແຊກ. ສ່ວນທ່ານປະທານສະພາຕຳ່ແຊກ Jan Hamacek ກໍ່ຖືວ່າ, ເລື່ອງດຳລົງຊີວິດຢູ່ຮ່ວມກັນລະຫວ່າງຊາວແຊກ ແລະ ຫວຽດນາມ ແມ່ນສຳຄັນທີ່ສຸດ. ຄວາມແຕກຕ່າງກັນດ້ານວັດທະນະທຳ, ສາສະໜາລະຫວ່າງຫວຽດນາມ ແລະ ສ.ແຊກ ບໍ່ເປັນເລື່ອງກີດຂວາງຊາວຫວຽດນາມ ໃນການເຊື່ອມໂຍງກັບສັງຄົມແຊກ, ຫາກເຂົາເຈົ້າຍັງຮັກສາສີສັນຊາດຂອງຕົນໄວ້ໄດ້. ທ່ານຢືນຢັນວ່າ, ສ.ແຊກ ເຄົາລົບບັນດາເພື່ອນມິດຫວຽດນາມ, ພ້ອມທັງຂອບໃຈຊາວຫວຽດນາມ ແລະ ຊາວແຊກທຸກຄົນ ທີ່ໄດ້ປະກອບສ່ວນສ້າງເປັນຜົນງານອັນລຳ້ຄ່ານີ້.
ໃນພິທີຍັງມີລາຍການສະແດງສິລະປະທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດຄືຂັບເພງພື້ນເມືອງກວານຮໍ້, ຂັບເຈົ່າວັນ, ສະແດງວາດຟ້ອນຂອງຊົນເຜົ່າຜູ້ໄທ, ໄຕງວຽນ. ນອກນັ້ນຍັງຈັດງານວາງສະແດງຮູບພາບດ້ວຍຫົວຂໍ້ວ່າ: ການພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ສ.ແຊກ; ປະເທດຊາດ ແລະ ຊາວຫວຽດນາມ; ປະຊາຄົມຊາວຫວຽດນາມຢູ່ ສ.ແຊກ.