ສະຫລຸບຫນ້າທີ່ຊອກຫາກູ້ໄພກູ້ຊີບປີ2013
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
photo:chinhphu.vn
|
(vovworld)- ຕອນເຊົ້າວັນທີ 30/12, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເປັນປະທານກອງປະຊຸມສະຫລຸບວຽກງານຊອກຫາກູ້ໄພກູ້ຊີບປີ 2013 ແລະ ທິດທາງຫນ້າທີ່ປີ 2014, ໂດຍຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບຈັດຕັ້ງຂຶ້ນ. ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ: ປີ 2013, ອາກາດຜັນແປໄປຢ່າງຮ້າຍແຮງ, ໄພທຳມະຊາດຍາກທ່ີຄາດຄະເນໄດ້, ແຕ່ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ບັນດາອົງການ, ຫົວຫນ່ວຍໄດ້ຕັ້ງຫນ້າຮັບມືກັບໄພທຳມະຊາດ, ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ, ປະກອບສ່ວນຈຳກັດຄວາມເສຍຫາຍກ່ຽວກັບຊີວິດອີນຊີ ແລະ ຊັບສິນໃຫ້ແກ່ປະຊາຊົນເຖິງລະດັບຕຳ່ສຸດ. ຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບ ໄດ້ສົມທົບກັບບັນດາກະຊວງ, ຂະແຫນງການ ຈັດຕັ້ງການຝືກຊ້ອມຮັບມືກັບໄພທຳມະຊາດຮີບດ່ວນໃນພາກພື້ນອາຊຽນປີ 2013 ໂດຍມີການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດສັງເກດການ. ຈຸດສຸມຂອງວຽກງານກູ້ໄພກູ້ຊີບປີ 2014 ແມ່ນ: ກວດກາຄືນ, ດັດປັບ, ປັບປຸງວິທີການ, ແຜນການ, ຍົກສູງກຳລັງຄວາມສາມາດຮັບມືກັບເຫດການທີ່ເກີດຂຶ້ນ.