ສະຫະປະຊາຊາດ ກ່່າວເຕືອນຜົນຮ້າຍຢ້ອນຫຼັງ ຈາກສົງຄາມການຄ້າ ອາເມລິກາ - ຈີນ

(VOVWORLD) -ສປຊ ໄດ້ກ່າວເຕືອນ ເລື່ອງ ອາເມລິກາ ຊຶ່ງຄາດວ່າ ຈະຈັດວາງອັດຕາພາສີນໍາເຂົ້າ ສໍາລັບສິນຄ້າ ຈີນ ເຊິ່ງຈະເປັນຜົນຮ້າຍຢ້ອນຫຼັງ ໃຫ້ແກ່ການຄ້າໃນທົ່ວໂລກ

        ໃນສະພາບການທີ່ ອາເມລິກາ ແລະ ຈີນ ຍັງບໍ່ທັນສາມາດຊອກຫາວິທີການແກ້ໄຂໃຫ້ແກ່ບັນຫາການຄ້ານັ້ນ, ວັນທີ 04 ກຸມພາ, ສປຊ ໄດ້ກ່າວເຕືອນ ເລື່ອງ ອາເມລິກາ ຊຶ່ງຄາດວ່າ ຈະຈັດວາງອັດຕາພາສີນໍາເຂົ້າ ສໍາລັບສິນຄ້າ ຈີນ ເຊິ່ງຈະເປັນຜົນຮ້າຍຢ້ອນຫຼັງ ໃຫ້ແກ່ການຄ້າໃນທົ່ວໂລກ, ກໍຄື ເພີ່ມການຊຸດໂຊມທາງດ້ານເສດຖະກິດຂອງໂລກ. ກ່າວຄໍາເຫັນທີ່ການປະຊຸມກັບນັກຂ່າວ, ຜູ້ອໍານວຍການກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ ຮາມີເຕີນ ຖືວ່າ ຖ້າຫາກ ອາເມລິກາ ແລະ ຈີນ ພັດຈັດວາງອັດຕາພາສີ ເພື່ອຕອບໂຕ້ແກ່ກັນ, ຈະພາໃຫ້ເສດຖະກິດທົ່ວໂລກ ຖືກຊຸດໂຊມ, ຍ້ອນສິນຄ້າ ແລະ ຕະຫຼາດການເງິນ ຈະຂາດຄວາມສະຫງົບໝັ້ນທຽງ, ໃນຂະນະທີ່ ເລື່ອງວິສາຫະກິດຕ້ອງປ່ຽນແປງການເຄື່ອນໄຫວຂອງຕົນ ເພື່ອແທດເໝາະກັບສົງຄາມການຄ້າ ອາເມລິກາ - ຈີນ ນັ້ນ ຈະກໍ່ກໍາລັງດັ່ນ ຕໍ່ການເຕີບໂຕທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ