ສະຫະປະຊາຊາດຮຽກຮ້ອງໃຫ້ປະເທດຕ່າງໆຮັບມືກັບອາດຊະຍາກຳສິ່ງແວດລ້ອມ

ສະຫະປະຊາຊາດຮຽກຮ້ອງໃຫ້ປະເທດຕ່າງໆຮັບມືກັບອາດຊະຍາກຳສິ່ງແວດລ້ອມ - ảnh 1
ພາບ​ປະ​ກອບ​ຈາກ AFP

(vovworld) – ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພ​ັດ​ທະ​ນາ​ແບບ​ຍືນ​ຍົງ​ 2030 ດ້ວຍ​ຈຸດ​ໝາຍ​ນຳ​​ເອົາ​ສັນ​ຕິ​ພາບ, ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ບັນ​ດາກຽດ​ຕິ​ຄຸນ​ໃຫ້​ແກ່​ທຸກໆ​ຄົນ​ໃນ​ທົ່ວ​ໂລກ, ​ທຸກ​ປະ​ເທດ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ລວມ​​ໃນ​ການ​ປົກ​ປັກ​ຮັກ​ສາກ່ຽວ​ກັບ​ສິ່ງ​ແວ​ດ​ລ້ອມ​ທັງ​ໃນ​ໄລ​ຍະ​ສັນ​ຕິ​ພາບ ແລະ ໄລ​ຍະ​ສົງ​ຄາມ. ນັ້ນ​ແມ່ນ​ສານ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ຍົກ​ອອກ​ມາ​ເນື່ອງ​ໃນ​ໂອ​ກາດ​ວັນ​ໂລກ​ສະ​ກັດ​ກັ້ນ​ສະ​ພາບ​ຂຸດ​ຄົ້ນ​ສິ່ງ​ແວດ​ລ້ອມ​ໃນ​ສະ​ພາບ​ການ​ສົງ​ຄາມ ແລະ ປະ​ທ​ະ​ກັນ​​ດ້ວຍ​ກຳ​ລັງ​ອາ​ວຸດ 6/11. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ເນັ້ນ​ໜັກ​ວ່າ: ສະ​ພາບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ບໍ່​ໜັກ​ແໜ້ນ ກໍ່​ອາດ​ສະ​ມາດ​ເຮັດ​ໃຫ້​ເກີດ​ການ​ປະ​ທ​ະ​ກັນ​​ຍ້ອນ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສົງ​ຄາມ​ອາດ​ຈະ​ຂຸດ​ຄົ້​ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເພື່ອ​​ຫາ​ເງິນ​ດຳ​ເນີນ​ສົງ​ຄາມ. ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ຕໍ່​ສູ້​ກັບ​ບັນ​ດາ​ອາ​ດ​ຊະ​ຍາກ​ຳ​ສິ່ງ​ແວ​ດ​ລ້ອມ, ຢຸດ​ຕິ​ສະ​ພາ​ບ​ການ​ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທ​ຳ​ມະ​ຊາດ​ຢ່າງ​ຜິດ​ກົດໝາຍ.


ຂ່າວ/ບົດ​ອື່ນ