ສະຫະປະຊາຊາດເຊື້ອເຊີນບັນດາຝ່າຍຢູ່ ຊູດັງເຂົ້າຮ່ວມວິວັດທະນາການການເມືອງແນໃສ່ຢຸດຕິວິກິດການ.

(VOVWORLD) -  ວັນທີ 8 ມັງກອນສະຫະປະຊາຊາດໃຫ້ຮູ້ວ່າຈະເຊື້ອເຊີນບັນດາການນຳທາງທະຫານ, ພັກຝ່າຍການເມືອງ ແລະບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ເຂົ້າຮ່ວມວິວັດທະນາການການເມືອງເພື່ອແນໃສ່ຢຸດຕິວິກິດການຍ້ອນການກໍ່ລັດຖະປະຫານທີ່ເກີດຂຶ້ນຢູ່ປະເທດນີ້ ເມື່ອເດືອນຕຸລາປີ 2021
ສະຫະປະຊາຊາດເຊື້ອເຊີນບັນດາຝ່າຍຢູ່ ຊູດັງເຂົ້າຮ່ວມວິວັດທະນາການການເມືອງແນໃສ່ຢຸດຕິວິກິດການ.  - ảnh 1ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ນະຄອນຫຼວງຂອງຊູດັງ

     ຄວາມມານະພະຍາຍາມໄກ່ເກ່ຍຂອງສະຫະປະຊາຊາດໃນຊຸມອາທິດພາຍຫຼັງການກໍ່ລັດຖະປະຫານ ໄດ້ປະສົບຜົນສຳເລັດໃນການຟື້ນຟູຕຳແໜ່ງໃຫ້ແກ່ນາຍົກລັດຖະມົນຕີ ອັບດາລາ ຮຳໂດດ. ແຕ່ເຖິງຢ່າງໃດກໍ່ຕາມເລື່ອງທ່ານຮຳໂດດ ລາອອກຈາກຕຳແໜ່ງເມື່ອອາທິດແລ້ວນີ້ ກໍ່ໄດ້ເຮັດໃຫ້ເພີ່ມທະວີຄວາມບໍ່ແນ່ນອນກ່ຽວກັບອະນາຄົດທາງດ້ານການເມືອງຢູ່ ຊູດັງ ແລະ ຂະບວນວິວັດແຫ່ງການມອບຮັບສິດອຳນາດມຸ່ງໄປສູ່ການເລືອກຕັ້ງ ຄາດວ່າຈະດຳເນີນໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ