ສະຫະພັນ ອາຣັບ ຈະຈັດກອງປະຊຸມດ່ວນກ່ຽວກັບແຜນການໂຮມເຂົ້າເຂດຝັ່ງຕາເວັນຕົກຂອງ ອິດສະລາແອັນ
(VOVWORLD) - ໃນຖະແຫຼງການຂອງວັນທີ 27 ເມສາ, ສະຫະພັນ ອາຣັບ ເຊິ່ງມີສຳນັກງານຢູ່ນະຄອນຫຼວງ ກາຍໂຣ, ປະເທດເອຢິບ ໃຫ້ຮູ້ວ່າ ຈະຈັດຕັ້ງກອງປະຊຸມດ່ວນກ່ຽວຂ້ອງເຖິງບັນດາແຜນການໂຮມເຂົ້າເຂດຝັ່ງຕາເວັນຕົກຂອງອິດສະລາແອັນ.
ເຂດຕັ້ງຖິ່ນຖານຄົງທີ່ Maale Adumim ຢູ່ ອິດສະລາແອັນ (ພາບ: AFP/TTXVN) |
ຄາດວ່າ, ກອງປະຊຸມວິສາມັນຂອງລັດຖະມົນຕີການຕ່າງປະເທດບັນດາປະເທດທີ່ຂຶ້ນກັບສະຫະພັນ ອາຣັບນີ້ ຈະໄດ້ຈັດຂຶ້ນທາງອອນລາຍໃນວັນພະຫັດຂອງ ອາທິດນີ້ຕາມຂໍ້ສະເໜີຈາກຝ່າຍ ປາແລັດສະຕິນ.
ທ່ານ Hossam Zaki ຮອງເລຂາທິການໃຫຍ່ສະຫະພັນ ອາຣັບ ໃຫ້ຮູ້ວ່າ ບັນດາລັດຖະມົນຕີການຕ່າງປະເທດ ອາຣັບຈະປຶກສາຫາລືບັນດາຮູບແບບໜູນຊ່ວຍທາງດ້ານການເມືອງ, ນິຕິກຳ ແລະ ການເງິນຕໍ່ວົງການເຈົ້າໜ້າທີ່ປາແລັດສະຕິນເພື່ອແນໃສ່ຕ້ານຄືນບັນດາແຜນການຂອງອິດສະລາແອັນ.
ກ່ອນໜ້ານັ້ນ, ທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນ ອາຣັບ ໄດ້ສົ່ງສານໄປຍັງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກ່ຽວກັບບັນດາແຜນການຂອງອິດສະລາແອັນ ແລະ ຖືວ່າ ບັນດາແຜນການນີ້ຈະເຮັດໃຫ້ ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ.