ສະຫະພັນບັນດານັກຂ່າວອາຊຽນເພີ່ມທະວີການຮ່ວມມື,ແບ່ງປັນຂໍ້ມູນຂ່າວສານ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: congluan.vn)
(vovworld) – ກອງປະຊຸມຂອງກຸ່ມເຄື່ອນໄຫວສະຫະພັນບັນດານັກຂ່າວອາຊຽນ (CAJ) ຈັດຕັ້ງໃນວັນທີ 8/7, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນທີ່ມາຈາກ 6 ປະເທດສະມາຊິກ ອາຊຽນ CAJ, ເພື່ອແນໃສ່ປຶກສາຫາລື ແລະ ພ້ອມກັນຕີລາຄາຄືນການປະຕິບັດບັນດາໂຄງການທີ່ໄດ້ວາງອອກ, ກຳນົດທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງຂອງສະຫະພັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ໂຮ່ກວາງເລີ້ຍ, ຮອງປະທານສະມາຄົມນັກຂ່າວ ຫວຽດນາມ, ເລຂາທິການໃຫຍ່ CAJ, ນຳໜ້າເຂົ້າຮ່ວມກອງປະຊຸມ. ທີ່ການປະຊຸມ, ບັນດາຜູ້ແທນຖືວ່າ: ການເຄື່ອນໄຫວຂອງສະຫະພັນຕ້ອງໄດ້ຮັບການເປີດກ້ວາງໃນຫຼາຍດ້ານ, ພິເສດແມ່ນການຍູ້ແຮງການແບ່ງປັນຂໍ້ມູນຂ່າວສານເປັນປະຈຳ ກ່ຽວກັບການເຄື່ອນໄຫວຂອງບັນດາອົງການສະມາຊິກໃນເຄືອຂ່າຍສັງຄົມ Facebook. ຜ່ານນັ້ນ, ດຶງດູດການເຂົ້າຮ່ວມຂອງບັນດານັກຂ່າວ ອາຊຽນ ແບ່ງປັນບັນດາການເຄື່ອນໄຫວຂອງຕົນ, ປະກອບສ່ວນສ້າງອິດທິພົນຊື່ສຽງຂອງສະຫະພັນໃນປະຊາຄົມ ອາຊຽນ. ດ້ວຍຖານະເປັນປະທານ CAJ ອາຍຸການ 2015 – 2017, ສະມາຄົມນັກຂ່າວ ຫວຽດນາມ ສະເໜີຈັດຕັ້ງລາງວັນສື່ມວນຊົນສະຫງວນໃຫ້ແກ່ບັນດານັກຂ່າວເຊິ່ງແມ່ນສະມາຊິກ CAJ ດ້ວຍຫົວຂໍ້ວ່າ “ອາຊຽນ - ປະຊາຄົມດຽວ”, ຄາດວ່າຈະຈັດຕັ້ງໃນເດືອນ 12/2016.