ສຳນັກງານຂອງ EU ຢູ່ ບຣຸກແຊນ
ພາບ:internet
|
(vovworld)- ວັນທີ 20/6, ຄະນະຜູ້ຕາງຫນ້າ ສະຫະພາບເອີລົບ (EU) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ຄະນະກຳມະການເອີລົບ ພວມກະກຽມບ້ວງຊ່ວຍເຫລືອມະນຸດສະທຳມີມູນຄ່າ 2 ລ້ານເອີໂຣ (ປະມານ 50 ຕື້ດົງ) ເພື່ອຫນູນຊ່ວຍຢ່າງຮີບດ່ວນໃຫ້ປະຊາຊົນທີ່ຖືກຜົນສະທ້ອນຈາກໄພແຫ້ງແລ້ງ ແລະ ນ້ຳເຄັມຊືມເຂົ້າ ໄດ້ກໍ່ຜົນຮ້າຍຢ້ອນຫລັງໃຫ້ແກ່ຫລາຍເຂດຢູ່ ຫວຽດນາມ ນັບແຕ່ທ້າຍປີ 2015. ຜ່ານກົມໃຫຍ່ຊ່ວຍເຫລືອມະນຸດສະທຳ ແລະ ປົກປ້ອງພົນລະເຮືອນ (ECHO) ຂຶ້ນກັບຄະນະກຳມະການເອີລົບ, ບ້ວງຊ່ວຍເຫລືອນີ້ຈະອະນຸຍາດໃຫ້ບັນດາຄູ່ຮ່ວມມືມະນຸດສະທຳຂອງ EU ຍົກອອກບັນດາຂໍ້ລິເລີ່ມຫນູນຊ່ວຍ ເພື່ອຫລຸດຜ່ອນບັນດາຜົນຮ້າຍຢ້ອນຫລັງ ຊື່ງປະຊາຊົນຢູ່ເຂດຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໄພທຳມະຊາດພວມແບກຫາບ.