ສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດ ປະທານ Ton Duc Thang

ສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດ ປະທານ Ton Duc Thang - ảnh 1
ພາບປະກອບ

(vovworld) – ວັນ​ທີ 17/8, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຂຶ້ນ​ພິທີ​ສະ​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ Ton Duc Thang (20/8/1888 – 20/8/2012). ກ່າ​ວຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Nguyen Huy Can, ປະທານ​ສະຫະພັນ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິ​ນ ​ເນັ້ນ​ໜັກ​ວ່າ: ຊີວິດ​ ​ແລະ ພາລະກິດ​ຂອງ​ປະທານ Ton Duc Thang ​ແມ່ນ​ແບບຢ່າງ​ທີ່​​ໂປ່​ງ​​ໃສ, ​ເພື່ອ​ໃຫ້​ລຸ້ນລູກ​ລຸ້ນຫຼານ​ປະຕິບັດ​ຕາມ. ​ໂດຍສືບ​ທອດພາລະກິດ​ຂອງ​ປະທານ Ton Duc Thang, ກຳມະກອນຜູ້​ອອກ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິ​ນ ພວມ​ມານະພະ​ຍາ​ຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ​ວີ​ຊາ​ຊີບ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ລະດັບ​ການ​ເມືອງ, ສູ້​ຊົນ​ບືນຕົວ​ຂຶ້ນ​ເພື່ອ​ສົມ​ກັບທີ່​ຕັ້ງ​ບົດບາດ​​ເປັນ​ຊົນ​ຊັ້ນ​ກຳມະກອນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັບ​ມື້​ນັບ​ສູງ​ເຊິ່ງປະ​ຫວັດສາດ​ໄດ້​ມອບ​ໝາຍ​ໃຫ້​ຊົນ​ຊັ້ນ​ກຳມະກອນ. ​ເນື່ອງ​ໃນ​ໂອກາດ​ນີ້, ຫໍພິພິຕະພັນ Ton Duc Thang ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ປູ​ຊະນີ​ຍະສະ​ຖານ Con Dao ​ໄດ້​ໄຂ​ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ “ຄຸກ Con Dao ​ໄລຍະ 1930 - 1945”. ງານ​ວາງສະ​ແດງ​​ໄດ້​​ແນະນຳ​ 130 ວັດ​ຖຸພັນ, ຮູບ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ຕໍ່​ສູ້​ອົງອາດ​ກ້າ​ຫານ​ຂອງ​ບັນດາ​ນັກຮົບ​ປະຕິວັດ ​ຂອງ​ຊາດ​ເຮົາ​ພາຍ​ໃຕ້​ການ​ປົກ​ຄອງ​ຂ​ອງສັດຕູຜູ້​ຮຸກ​ຮານ.

 

ຂ່າວ/ບົດ​ອື່ນ