ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກາໂປ
Ngoc Xuan, ນັກຂ່າວ VOVນະຄອນ ໂຮ່ຈີມິນ -  
ພາບປະກອບ
(vovworld) – ຕອນເຊົ້າວັນທີ 1/8, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກາໂປ ແລະ 48 ປີແຫ່ງວັນສະຖາປະນາ ສິງກາໂປ ໂດຍຄະນະກຳມະການປະຊາຊົນນະຄອນຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ທ່ານ ເລແມ້ງຮ່າ, ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ມີຄວາມປິຕິຊົມຊື່ນຕໍ່ໜ້າການພັດທະນາຢ່າງແຮງຂອງສາຍພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສິງກາໂປ. ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດພວມພັດທະນາຢ່າງວ່ອງໄວພາຍຫຼັງເຊັນສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກາໂປ ເມື່ອປີ 2005. ວົງເງິນການຄ້າ 2 ສົ້ນປີ 2012 ບັນລຸກ່ວາ 9 ຕື້ USD. ມາຮອດປະຈຸບັນ, ສິງກາໂປ ມີເກືອບ 1.100 ໂຄງການລົງທຶນ ດ້ວຍຍອດເງິນຈົດທະບຽນເກືອບ 25 ຕື້ USD, ຢື່ນອັນດັບ 4 ໃນບັນດາປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ. ສຳລັບນະຄອນ ໂຮ່ຈີມິນ, ສິງກາໂປ ແມ່ນນັກລົງທຶນໃຫຍ່ສຸດດ້ວຍຍອດທຶນຈົດທະບຽນເກືອບ 6 ຕື້ USD. ຕີລາຄາກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານນາງ LeoW Siu Lin, ຫົວໜ້າສະຖານກົງສູນໃຫຍ່ ສິງກາໂປ ປະຈຳນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ໃນຂະນະທີ່ພື້ນຖານການເມືອງເມີຄວາມໝັ້ນຄົງໜັກແໜ້ນແມ່ນສະພາບແວດລ້ອມເພື່ອໃຫ້ບັນດາສາຍພົວພັນພັດທະນາ, ຄວາມສະໜິດຕິດພັນລະຫວ່າງ ປຊຊ 2 ປະເທດແມ່ນພື້ນຖານໃຫ້ແກ່ນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງລະຫວ່າງ 2 ປະເທດຢ່າງແທດຈິງ. ມີ ປຊຊ ສິງກາໂປ ຫຼາຍຄົນໄດ້ຖື ຫວຽດນາມ ຄືບ້ານເກີດເມືອງນອນຂອງເຂົາ, ໃນຂະນະທີ່ສິງກາໂປ ມີຄວາມມ່ວນຊື່ນໂດຍໃຫ້ຮູ້ວ່າ: ມີຊາວ ຫວຽດນາມ ຫຼາຍຄົນ ໄດ້ເລືອກເຟັ້ນ ສິງກາໂປ ເປັນແຫ່ງເພື່ອຮຳ່ຮຽນ ແລະ ເຮັດວຽກຢູ່ນີ້. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນສາຍພົວພັນປະຊາຊົນພວມພັດທະນາຢ່າງແຮງ ແລະ ຕັ້ງໜ້າ.”
Ngoc Xuan, ນັກຂ່າວ VOVນະຄອນ ໂຮ່ຈີມິນ