(vovworld) – ພິທີໂຮມຊຸມນຸມສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ (9/4/1973 – 9/4/2013) ຖືກຈັດຂຶ້ນໃນວັນທີ 24/4, ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະພິທີ, ທ່ານ Joop Cheffers, ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ເນັ້ນໜັກວ່າ: ດ້ວຍຫຼາຍຈຸດທີ່ຄ້າຍຄືກັນທາງດ້ານພູມມີປະເທດ ແລະ ແມ່ນບັນດາປະເທດຕິດກັບທະເລ, ມີພື້ນຖານເສດຖະກິດກະສິກຳ, 2 ປະເທດມີເງື່ອນໄຂສະດວກຫຼາຍຢ່າງເພື່ອນຳການພົວພັນຮ່ວມມືກ້າວເຂົ້າສູ່ລວງເລິກ, ມີຄວາມສະດວກໃນການພັດທະນາຢູ່ຫຼາຍຂົງເຂດ. ທ່ານ ເອກອັກຄະລັດຖະທູດ Joop Cheffers ເຊື່ອໝັ້ນວ່າ ດ້ວຍທ່າການພັດທະນາມີຄວາມສະດວກພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ໃນຕະຫຼອດ 40 ປີຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ໂຮນລັງ ຈະມີບັນດາບາດກ້າວພັດທະນາໃໝ່ຢ່າງແນ່ນອນ, ຕອບສະໜອງຜົນປະໂຫຍດຂອງ 2 ຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.