ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ

(VOVWORLD) -ຕອນບ່າຍວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ກົມໃຫຍ່ສັນຕິບານ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ (10/05/1958 – 10/05/2018).
ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ - ảnh 1 ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ (ພາບ: VTV1)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ຊີ້ແຈ້ງວ່າ ພັກ, ລັດພວມຍູ້ແຮງພາລະກິດຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ແກ້ໄຂບັນດາຄະດີຈຸດສຸມ; ເພີ່ມທະວີການກໍ່ສ້າງປັບປຸງພັກ, ບູລະນະລະບົບການເມືອງໃຫ້ສົມບຸນແບບເຄື່ອນໄຫວຢ່າງມີປະສິດທິພາບ , ປະສິດທິຜົນ ດ້ວຍບັນດານະໂຍບາຍໃຫຍ່ທີ່ກ່ຽວຂ້ອງເຖິງພະນັກງານ, ສະມາຊິກພັກ ແລະ ການຮັບປະກັນຊີວິດສັງຄົມ.

        ຕາມທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ແລ້ວ, ໃນສະພາບການນັ້ນ ຮຽກຮ້ອງໃຫ້ກຳລັງຕຳຫລວດປະຊາຊົນເວົ້າລວມ, ກຳລັງປ້ອງກັນຄວາມສະຫງົບການເມືອງພາຍໃນເວົ້າສະເພາະ ຄວນເພີ່ມທະວີບັນດາມາດຕະການປະຕິບັດງານ, ປະກອບສ່ວນປ້ອງກັນພັກ, ປ້ອງກັນພາຍໃນ; ພ້ອມທັງເອົາໃຈໃສ່ປັບປຸງພາຍໃນຂອງກົມກອງໃຫ້ສາມັກຄີ, ປອດໃສ, ໝັ້ນຄົງເຂັ້ມແຂງ.

        ເນື່ອງໃນໂອາກາດນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ໄດ້ມອບຫຼຽນໄຊວິລະກຳຊັ້ນ 3 ຂອງປະທານປະເທດໃຫ້ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ