ສະເຫຼີມສະຫຼອງ100ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ ຢູ່ຫຼາຍປະເທດ

(VOVWORLD) -ມີຜູ້ຕາງໜ້າບັນດາພັກການເມືອງຝ່າຍຊ້າຍຂອງລັດເຊຍ ນັບພັນຄົນ ແລະ ຜູ້ແທນກວ່າ 130 ຄົນທີ່ມາຈາກ 80 ປະເທດໃນໂລກ ໄດ້ເຂົ້າຮ່ວມການເດີນຂະບວນ, ຊຸມນຸມມິດຕິງຢູ່ນະຄອນຫຼວງມົດສະກູ ໃນວັນທີ 07 ພະຈິກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ ທີ່ຍິ່ງໃຫຍ່ (07 ພະຈິກ 1917 – 07 ພະຈິກ 2017).

        ແລະກໍ່ເນື່ອງໃນໂອກາດນີ້, ທີ່ຫໍພິພິດຕະພັນຢູ່ນະຄອນຫຼວງ Berlin, ສະຫະພັນເຢຍລະມັນ, ໄດ້ໄຂງານວາງສະແດງ “ການປະຕິວັດ 1917 - ລັດເຊຍ ແລະ ເອີລົບ”; ຢູ່ Bolivia ໄດ້ຈັດກອງປະຊຸມສຳມະນາ ແລະ ງານພົບປະແລກປ່ຽນວັດທະນະທຳດ້ວຍຫົວຂໍ້ວ່າ ການປະຕິວັດເດືອນຕຸລາລັດເຊຍ; ສ່ວນຢູ່ນະຄອນຫຼວງ Caracas ຂອງ ເວເນຊູເອລາ, ວັນທີ 07 ພະຈິກ ມີປະຊາຊົນນັບພັນຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງຕໍ່ໜ້າທຳນຽບປະທານາທິບໍດີເວເນຊູເອລາ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ100ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ.

        ສ່ວນຢູ່ຫຼາຍທ້ອງຖິ່ນທີ່ຫວຽດນາມຄື: ແຄ໋ງຮ່ວາ, ກວາງບິ່ງ, ດັກລັກ ກໍ່ໄດ້ດຳເນີນການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ