ສະເຫຼີມສະຫຼອງ75ປີແຫ່ງວັນມູນເຊື້ອໜັງສືພິມກູ້ຊາດ-ປົດປ່ອຍ-ມະຫາສາມັກຄີ
ທ່ານ ຫງວຽນທ້ຽນເຍີນເຂົ້າຮ່ວມພິທີສະເຫຼີມສະຫຼອງ
|
(vovworld) - ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນໜັງສືພິມກູ້ຊາດ, ເຊິ່ງແມ່ນຕົ້ນກຳເນີດຂອງໜັງສືພິມ ດ້າຍດ່ວານເກດ (ແປວ່າມະຫາສາມັກຄີ), ຈຳໜ່າຍສະບັບທຳອິດ (25/1/1942 – 25/1/2017) ໄດ້ຮັບການຈັດຕັ້ງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໃນຕອນເຊົ້າວັນທີ 6/1. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງໜັງສືພິມ ດ້າຍດ່ວານເກດ ສຳລັບພາລະກິດແຫ່ງການປະຕິວັດຂອງປະຊາຊົນໃນຕະຫຼອດ 75 ປີທີ່ຜ່ານມາ:
“ສິ່ງທຳອິດທີ່ໜັງສືພິມດ້າຍດ່ວານເກດຍາມໃດກໍ່ຕ້ອງຕັ້ງຄຳຖາມໃຫ້ຕົນເອງວ່າ: ໃຜແມ່ນຜູ້ອ່ານຕົນ? ມີຈັກຄົນອ່ານ? ອ່ານແລ້ວເຂົາເຈົ້າຄິດຫຍັງ, ເຂົາເຈົ້າຈະເຮັດຫຍັງຖ້າຫາກບໍ່ອ່ານໜັງສືພິມ ດ້າຍດ່ວານເກດ? ຫວັງວ່າໜັງສືພິມ ດ້າຍດ່ວານເກດ ເອົາໃຈໃສ່ເຖິງການພົວພັນກັບຜູ້ອ່ານ ແລະ ມີແຜນການເພື່ອດຶງດູດຜູ້ອ່ານຫຼາຍກ່ວາ.”