ສະເໜີຕົວອົງການ ສສຊ ມິດຕະພາບສະພາແຫ່ງ ຫວຽດນາມ ຊຸດທີ່ 13
(ພາບ : TTXVN)
ຕອນຄໍ່າວັນທີ່ 23 ພະຈິກຢູ່ ຮ່າໂນ້ຍ, ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ສະເໜີຕົວອົງການ ສສຊມິດຕະພາບສະພາແຫ່ງ ຫວຽດນາມ ຊຸດທີ່ 13. ອົງການ ສສຊ ມິດຕະພາບ ຫວຽດນາມ ໄດ້ຮັບການສ້າງຕັ້ງຂື້ນດ້ວຍ 46 ກຸ່ມ, ເພື່ອແນໃສ່ປັບປຸງ ແລະ ເປີດກວ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະພາແຫ່ງຊາດ, ສສຊ ຫວຽດນາມ ກັບລັດຖະສະພາ ແລະ ສສຊ ບັນດາປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດ ຕອງຕິຟ໋ອງ ເປັນປະທານອົງການ ສສຊ ມິດຕະພາບ ຫວຽດນາມ ກັບບັນດາປະເທດ. ກ່າວຄຳເຫັນໃນພິທີສະເໜີຕົວ, ທ່ານປະທານສະພາແຫ່ງຊາດ ຫງວຽນສິງຮູ່ງ ໄດ້ຢືນຢັນວ່າ ເລື່ອງສ້າງຕັ້ງອົງການ ສສຊ ມິດຕະພາບ ຫວຽດນາມ ຂອງສະພາແຫ່ງຊາດຊຸດທີ່ 13 ແມ່ນເຫດການມີທີ່ຄວາມໝາຍສຳຄັນສຳລັບການເຄື່ອນໄຫວຂອງສະພາແຫ່ງຊາດກໍ່ຄືການພົວພັນກັບຕ່າງປະເທດຂອງ ຫວຽດນາມ.
“ ການເຄື່ອນໄຫວຂອງບັນດາກຸ່ມ ສສຊ ມິດຕະພາບໃນອາຍຸການຂອງສະພາແຫ່ງຊາດຜ່ານມາໄດ້ກາຍເປັນການເຄື່ອນໄຫວທີ່ສຳຄັນໃນວຽກງານການທູດຂອງລັດຖະສະພາ. ຂ້າພະເຈົ້າເຊື້ອໝັ້ນວ່າ ອົງການ ສສຊ ມິດຕະພາບຈະປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາການທູດລັດຖະສະພາຂອງ ຫວຽດນາມ, ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ”.