ສ້າງ ແລະ ເພີ່ມຄຸນຄ່າຜະລິດຕະພັນໃນຂົງເຂດທ່ອງທ່ຽວຢູ່ເຂດທະເລໝູ່ເກາະ

(VOVWORLD) -ໂດຍເປັນປະເທດທີ່ມີຝັ່ງທະເລຍາວກວ່າ 3.200 km, ໃນນັ້ນມີຫາດຊາຍທະເລທີ່ສວຍງາມຫຼາຍແຫ່ງ ແລະລະບົບຊີວະພາບຫຼາຍຮູບຫຼາຍແບບ. ສະນັ້ນ, ຫວຽດນາມມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອພັດທະນາເສດຖະກິດທະເລ,  ພິເສດແມ່ນໃນຂະແໜງການທ່ອງທ່ຽວທະເລໝູ່ເກາະ.

ສ້າງ ແລະ ເພີ່ມຄຸນຄ່າຜະລິດຕະພັນໃນຂົງເຂດທ່ອງທ່ຽວຢູ່ເຂດທະເລໝູ່ເກາະ - ảnh 1 ທະເລເກືອລໍ່ເຫງ້ອານ

(ພາບ: Sy Minh/ baonghean.vn)

ໃນຍຸດທະສາດເສດຖະກິດທະເລຂອງຫວຽດນາມຮອດປີ 2020 ແລະ ວິໄສທັດຮອດປີ 2030, ການທ່ອງທ່ຽວຢູ່ເຂດທະເລໝູ່ເກາະ ໄດ້ກຳນົດແມ່ນມີທີ່ຕັ້ງສຳຄັນທີ່ສຸດ. ວາງຄາດໝາຍຮອດປີ 2020, ການທ່ອງທ່ຽວຢູ່ເຂດທະເລໝູ່ເກາະຈະດຶງດູດແຂກທ່ອງທ່ຽວສາກົນຈຳນວນ 22 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 58 ລ້ານເທື່ອຄົນ. ຍອດລາຍຮັບຈາກຂະແໜງການທ່ອງທ່ຽວຢູ່ເຂດທະເລໝູ່ເກາະຈະບັນລຸປະມານ 200 ພັນຕື້ດົງ. ທ່ານ ຫງວຽນແອັງຕ໋ວນ, ຫົວໜ້າສະຖາບັນຄົ້ນຄວ້າພັດທະນາການທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ( ກະຊວງວັດທະນະທຳກາຍະກຳ ແລະທ່ອງທ່ຽວ), ຖືວ່າ ເພື່ອປະຕິບັດຄາດໝາຍທີ່ໄດ້ວາງອອກນັ້ນ ຄວນກໍ່ສ້າງ ແລະ ເພີ່ມຄຸນຄ່າຜະລິດຕະພັນໃນຂະແໜງການທ່ອງທ່ຽວຢູ່ເຂດທະເລໝູ່ເກາະ.

        “ເພື່ອພັດທະນາເສດຖະກິດທະເລນັ້ນ ບົດບາດຂອງການທ່ອງທ່ຽວຕ້ອງໄດ້ຮັບຮູ້ແມ່ນໃຫຍ່ຫຼວງຫຼາຍ ເພື່ອເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເສດຖະກິດທະເລຢ່າງສຸດຂີດ. ດັ່ງນັ້ນ, ຕ້ອງສ້າງບັນດາກົນໄກນະໂຍບາຍພິເສດ ເພື່ອສ້າງກຳລັງໜູນໃຫ້ທຸກພາກສ່ວນເສດຖະກິດເຂົ້າມາລົງທຶນດຳເນີນທຸລະກິດທ່ອງທ່ຽວ. ຕ້ອງລົງທຶນເຂົ້າໃນພື້ນຖານໂຄງລ່າງ, ພິເສດແມ່ນບັນດາທ່າກຳປັ່ນໄປຍັງເຂດໝູ່ເກາະ ເພື່ອເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ທ່າແຮງຢູ່ບັນດາເຂດໝູ່ເກາະ. ລົງທຶນເຂົ້າໃນບັນດາເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ