ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ນະຄອນໂຮ່ຈິມິນ - ảnh 1
(ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ນະຄອນ​ໂຮ່ຈິ​ມິນ)

(vovworld) – ກອງ​ປະຊຸມ​ໃຫຍ່​ສ​້າງຕັ້ງສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ນະຄອນ​ໂຮ່ຈິ​ມິນ ອາຍຸ​ການ 2014 – 2019 ຖືກດຳ​ເນີນ​​ໃນ​ວັນ​ທີ 20/09, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ເກືອບ 200 ຄົນ. ​ໃນ​ອາຍຸ​ການ​ທຳ​ອິດ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ນະຄອນ​ໂຮ່ຈິ​ມິນ ​ໄດ້​ວາງ​ອອກ​ບັນດາຈຸດໝາຍ​ຄື: ​ເພີ່ມ​ທະວີ​ການ​ໂຄສະນາ​​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ບຸນ​ກາຣີ, ມູນ​ເຊື້ອ​ວັດທະນະທຂອງຳ​ຫວຽດນາມ ​ແລະ ບຸນ​ກາຣີ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ພັດທະນາ​ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ; ​ເປີດ​ກວ້າງ ​ແລະ ຫັນ​ບັນດາ​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ວິທະຍາສາດ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ… ​ເປັຍ​ຫຼາຍ​ຮູບ​ຫຼາຍແບບ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່, ທ່ານ Evgueni Stoytchev, ​ເອກ​ອັກຄະ​ລັດຖະທູດ​ບຸນ​ກາຣີ ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ສະມາຄົມ​ມິດຕະພາບ​ຈະ​ກ່າຍ​ເປັນ​ເວທີ​ປາ​ໄສ​ເພື່ອ​ເພີ່ມ​ທະວີ​ການ​ສົນທະນາ, ພົວພັນແລກປ່ຽນ​ລະຫວ່າງປະຊາຊົນ 2 ປະ​ເທດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ບຸນ​ກາຣີ ​ແລະ ຫວຽດນາມ ພວມ​ພັດທະນາ​ຢ່າງ​ດີງາມ, ພິ​ເສດ​ແມ່ນ​ການ​ພົວພັນ​ດ້ານ​ການ​ເມືອງ​ຂັ້ນ​ສູງ​ທີ່​ພວມ​ພັດທະນາ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ