(vovworld) – ກອງປະຊຸມສຳມະນາ “ແຜນນະໂຍບາຍ, ນະໂຍບາຍດຶງດູດການລົງທຶນຈາກບັນດາແຫຼ່ງກຳລັງພາຍນອກ” ໂດຍຄະນະເສດຖະກິດສູນກາງ ສົມທົບກັບມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ ຈັດຕັ້ງໃນວັນທີ 20/12, ຢູ່ນະຄອນໂຮ່ຈິມິນ. ໂດຍມີການເຂົ້າຮ່ວມຂອງບັນດານັກຄຸ້ມຄອງ, ນັກຊ່ຽວຊານ, ນັກລົງທຶນ ແລະ ວິສາຫະກິດ.
ກອງປະຊຸມສຳມະນາໃຫ້ຂໍ້ສັງເຫດວ່າ ພາຍຫຼັງ 25 ປີນັບແຕ່ເມື່ອກົດໝາຍວ່າດ້ວຍການລົງທຶນ ໄດ້ຮັບການປະກາດໃຊ້, ຍາມໃດເຂດລົງທຶນຕ່າງປະເທດ (FDI) ກໍ່ນຳໜ້າກ່ຽວກັບລະດັບການເຕີບໂຕດ້ານອຸດສາຫະກຳ, ມີບົດບາດຕັ້ງໜ້າໃນວິວັດການພັດທະນາ ແລະ ເຊື່ອມໂຍງກັບເສດຖະກິດສາກົນ. ສະເພາະປີ 2013, ຈຳນວນທຶນໂດຍກົງ (FDI) ກວນເອົາ 23% ແຫຼ່ງເງິນລົງທຶນໃຫ້ແກ່ສັງຄົມ, ປະກອບ 3,7 ຕື້ USD ເຂົ້າງົບປະມານ, ສ້າງວຽກເຮັດງານທຳໂດຍກົງ ແລະ ທາງອ້ອມໃຫ້ຄົນງານ 6 ລ້ານຄົນ. ເຖິງວ່າບັນລຸໄດ້ບັນດາຜົນງານສຳຄັນກໍ່ຕາມ, ແຕ່ການເຄື່ອນໄຫວ FDI ຍັງມີຂໍ້ຄົງຄ້າງຫຼາຍຢ່າງ. ບັນດາຜູ້ແທນໄດ້ສະເໜີຫຼາຍມາດຕະການແກ້ໄຂເພື່ອແນໃສ່ດຶງດູດແຫຼ່ງທຶນ FDI ຢ່າງມີປະສິດທິຜົນ, ໃນນັ້ນໄດ້ສ້າງການຫັນປ່ຽນຢ່າງແຮງ ຈາກການສຸມໃສ່ປະລິມານ ໄປສູ່ການເລືອກເຟັ້ນບັນດາໂຄງການທີ່ມີຄຸນນະພາບສູງ, ເຕັກໂນໂລຊີສູງ, ບໍ່ກໍ່ມົນລະພິດເຖິງສິ່ງແວດລ້ອມ, ເໝາະສົມກັບແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່; ສືບຕໍ່ເປີດປະຕູຕະຫຼາດການເງິນຢ່າງມີປະສິດທິຜົນ; ປະຕິບັດການຄຸ້ມຄອງຕາມກົນໄກການຕະຫຼາດ ໂດຍມີການຄວບຄຸມຂອງລັດ.