ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ

(VOVWORLD) -ຜູ້ແທນໄດ້ຮັບຟັງການແນະນຳຂໍ້ກຳນົດສາກົນກ່ຽວກັບການຄວບຄຸມດ້ານການຄ້າຍຸດທະສາດ ເຊິ່ງໄດ້ກຳນົດໃນມະຕິເລກທີ 1540 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ.
ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: tuoitre.vn)

ໃນລະຫວ່າງວັນທີ 10 – 12 ພຶດສະພາ, ອົງການປະຈຳການຂອງອົງການຈຸດສຸມແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແລະ ໂຄງການຄວບຄຸມການສົ່ງອອກ ແລະ ຄວາມໝັ້ນຄົງຊາຍແດນຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ວິວັດການສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ”. ກອງປະຊຸມສຳມະນາໄດ້ຈັດຂຶ້ນແບບເບິ່ງໜ້າສົມທົບກັບທາງໄກ.

        ທີ່ກອງປະຊຸມສຳມະນາ, ຜູ້ແທນໄດ້ຮັບຟັງການແນະນຳຂໍ້ກຳນົດສາກົນກ່ຽວກັບການຄວບຄຸມດ້ານການຄ້າຍຸດທະສາດ ເຊິ່ງໄດ້ກຳນົດໃນມະຕິເລກທີ 1540 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ. ບັນດາຜູ້ແທນໄດ້ປຶກສາຫາລື, ສະເໜີຂັ້ນຕອນການສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ. ຫວຽດນາມ ໄດ້ໃຫ້ສັດຕະຍາບັນສັນຍາສາກົນທີ່ກ່ຽວຂ້ອງເກືອບທັງໝົດ ແລະ ມີເອກະສານດ້ານກົດໝາຍກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ