ສ້າງສະພາບແວດລ້ອມເພື່ອເລີ່ມສ້າງອາຊີບຢ່າງມີຫົວຄິດປະດິດສ້າງຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວກ່າວຄຳເຫັນທີ່ກອງປະຊຸມສຳມະນາ |
(vovworld)- ວັນທີ 21/9, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ສົມທົບກັບສະຖານທູດອິດສະຣາແອນ ແລະ ກຸ່ມບໍລິສັດ FPT ຈັດກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ ສ້າງສະພາບແວດລ້ອມເພື່ອເລີ່ມສ້າງອາຊີບຫວຽດນາມ - ບົດຮຽນພຶດຕິກຳຈາກອິດສະຣາແອນ ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ໃຫ້ຮູ້ວ່າ ລັດຖະບານໝັ້ນໝາຍຍາມໃດກໍຮ່ວມເດີນທາງ ແລະ ຮັບໃຊ້ວິສາຫະກິດເວົ້າລວມ ແລະ ປະຊາຄົມວິສາຫະກິດເລີ່ມສ້າງອາຊີບເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ກ່າວວ່າ : (ເທບ)
“ ພວກເຮົາຄວນຄົ້ນຄ້ວາ, ຮ່ຳຮຽນ ແລະ ຫມູນໃຊ້ບົດຮຽນຂອງບັນດາປະເທດທີ່ກ້າວໜ້າ. ໃນຂົງເຂດສ້າງອາຊີບ, ອິດສະຣາແອນ ແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນໂລກ. ເຮັດແນວໃດເພື່ອໃຫ້ຈຳນວນວິສາຫະກິດຂອງພວກເຮົານັບມື້ນັບເພີ່ມຂຶ້ນ ແລະ ຈຳນວນວິສາຫະກິດທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນນັບມື້ນັບເພີ່ມຂຶ້ນ ”