ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ
ພາບປະກອບ:vov
|
(vovworld)- ກອງປະຊຸມສຳມະນາແຫ່ງຊາດ “ບັນດາມາດຕະການຈັດຕັ້ງການຜັນຂະຫຍາຍມະຕິສູນກາງກ່ຽວກັບການສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ” ດຳເນີນໄປໃນຕອນເຊົ້າວັນທີ 9/1 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ມີບົດປະກອບຄຳເຫັນເກືອບ 30 ບົດ ໄດ້ຊີ້ແຈ້ງຫລາຍບັນຫາຄື: ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ວັດທະນະທຳໃນພັກ, ສ້າງສະພາບແວດລ້ອມວັດທະນະທຳປອດໃສ, ເປັນເຈົ້າການເຊື່ອມໂຍງເຂົ້າກັບວັດທະນະທຳສາກົນ, ໂຄສະນາວັດທະນະທຳຫວຽດນາມ ອອກສູ່ຕ່າງປະເທດ, ຍົກສູງຄຸນນະພາບບັນດາຜະລິດຕະພັນວັດທະນະທຳ, ສິລະປະ. ສາດສະດາຈານ ດີງຊວນຢູງ, ກຳມະການສະພາທິດສະດີສູນກາງ ຍົກຄຳເຫັນວ່າ:
“ຕ້ອງຖືວັດທະນະທຳກາຍເປັນຫນຶ່ງໃນ 4 ເສົາຄ້ຳຂອງການພັດທະນາຢູ່ບັນດາທ້ອງຖິ່ນ, ບັນດາກະຊວງ, ຂະແຫນງການ, ຂົງເຂດຕ່າງໆ. ຂ້າພະເຈົ້າຖືວ່າ ຕ້ອງຄົ້ນຄ້ວາ, ຮີບເຮັ່ງສ້າງຂະແຫນງອຸດສາຫະກຳວັດທະນະທຳ.”