ທ່ານ ພັນຄຳ ວິພາວັນ
ພາບ:moe.gov.la
|
(vovworld)- ວັນທີ 16/7/2014, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນໄປຍັງທ່າຮອງນາຍົກລັດຖະມົນຕີ ສປປ ລາວ ບຸນປອນ ບຸດຕະນະວົງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຫວູດືກດາມ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງສຶກສາທິກາ - ກິລາ ສປປ ລາວ ເນື່ອງໃນໂອກາດສອງທ່ານໄດ້ຮັບການແຕ່ງຕັ້ງດຳລົງຕຳແຫນ່ງເປັນຮອງນາຍົກລັດຖະມົນຕີ ສປປ ລາວ.
ທ່ານບຸນປອນ ບຸດຕະນະວົງ
ພາບ:moe.gov.la
|
ໃນສານອວຍພອນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເນັ້ນຫນັກວ່າ: ເລື່ອງ 2 ສະຫາຍ ບຸນປອນ ບຸດຕະນະວົງ ແລະ ສະຫາຍ ພັນຄຳ ວິພາວັນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແຫນ່ງເປັນຮອງນາຍົກລັດຖະມົນຕີ ລາວ ແມ່ນການສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສອງສະຫາຍ; ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແຫນ່ງໃຫມ່, ສະຫາຍ ບຸນປອນ ບຸດຕະນະວົງ ແລະ ສະຫາຍ ພັນຄຳ ວິພາວັນ ຈະມີການປະກອບສ່ວນອັນໃຫຍ່ຫລວງກວ່າ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດລາວໃຫ້ຈະເລີນຮຸ່ງເຮືອງ, ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ.