ສານແພ່ງໄທຫ້າມນຳໃຊ້ກຳລັງອາວຸດຕ້ານຜູ້ແຫ່ຂະບວນປະທ້ວງ
ຕຳຫຼວດປົກປ້ອງຢູ່ສຳນັກງານກະຊວງປ້ອງກັນປະເທດ
(ພາບ: Reuters)
(vovworld) – ວັນທີ 19/2, ສານແພ່ງ ໄທ ໄດ້ອອກຄຳຕັດສິນທີ່ວ່າ: ຄຳສັ່ງສະພາວະສຸກເສີນທີ່ປະກາດໃຊ້ຢູ່ນະຄອນຫຼວງ ບາງກອກ ແລະ ບັນດາເຂດໃກ້ຄຽງ ບໍ່ແມ່ນສາຍເຫດເພື່ອປາບປາມຜູ້ແຫ່ຂະບວນປະທ້ວງ.
ຄຳຕັດສິນຂອງສານຫ້າມທຸກໆວິທີການນຳໃຊ້ກຳລັງອາວຸດຕ້ານຜູ້ແຫ່ຂະບວນປະທ້ວງ, ພ້ອມທັງເນັ້ນໜັກວ່າ: ມາຮອດປະຈຸບັນ, ບັນດາການແຫ່ຂະບວນປະທ້ວງຖືກດຳເນີນໄປຢ່າງສັນຕິພາບ. ເຖິງຢ່າງໃດກໍ່ຕາມ, ສານກໍ່ປະຕິເສດຄຳສະເໜີຂອງອະດີດສະມາຊິກພັກປະຊາທິປັດ (DP) ທ່ານ ຖາວອນ ເສມນຽມ ຮຽກຮ້ອງໃຫ້ຍຸບເລີກຄຳສັ່ງສະພາວະສຸກເສີນ, ເຊິ່ງລັດຖະບານຊົ່ວຄາວປະກາດເມື່ອວັນທີ 21/1.
ປະຈຸບັນ, ບໍ່ທັນຮູ້ວ່າຄຳຕັດສິນດັ່ງກ່າວຂອງສານມີຜົນສະທ້ອນຄືແນວໃດເຖິງຄຳສັ່ງຈັບຕົວບັນດາຫົວໜ້າຄະນະແຫ່ຂະບວນປະທ້ວງດ້ວຍຄຳກ່າວຫາລະເມີດຄຳສັ່ງສະພາວະສຸກສີນ.
ຫົວໜ້າຄະນະແຫ່ຂະບວນປະທ້ວງ ທ່ານສຸເທບ ເທືອກສຸບັນ ໃຫ້ຄຳໝັ້ນສັນຍາຈະຍົກການແຫ່ຂະບວນປະທ້ວງຂຶ້ນລະດັບໃໝ່ ແລະ ເລັ່ງໃສ່ການເຄື່ອນໄຫວດຳເນີນທຸລະກິດຂອງຄອບຄົວ ຊິນນະວັດ.