ສາມັກຄີແມ່ນມູນເຊື້ອ ແລະແມ່ນມໍລະດົກ ວັດທະນະທຳອັນລ້ຳຄ່າ ຂອງຊາດຫວຽດນາມ


ສາມັກຄີແມ່ນມູນເຊື້ອ ແລະແມ່ນມໍລະດົກ ວັດທະນະທຳອັນລ້ຳຄ່າ ຂອງຊາດຫວຽດນາມ - ảnh 1
(ພາບ: baodientu.chinhphu.vn )

(vovworld)-​​​​ ​ “ພ້ອມ​ກັບ​ການ​ຍູ້​ແຮງ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ດ້ານ​ວັດຖຸ, ຈິດ​ໃຈ, ອະນຸລັກ​ຮັກສາ ​ແລະ ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ບັນດາ​ຊົນ​ເຜົ່າ​ໃນ​ມະຫາ​ຄອບຄົວ​ຫວຽດນາມ ​ແລ້ວ, ​ແມ່ນຕ້ອງ​ມີ​ບັນດາ​ການ​ກະທຳ​ທີ່​ມີ​ຊີວິດ​ຊີວາ, ​ແທດ​ຈິງ​ກ່ວາ​ອີກ​ເພື່ອ​ຍົກ​ສູງ​ນ້ຳ​ໃຈ​ມະຫາ​ສາມັກຄີ ​ແລະ ຮັດ​ແໜ້ນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ ກ່ວາ​ອີກ“ ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ທີ່​ພິທີ​ໄຂ​ສັບປະດາ “ມະຫາ​ສາມັກຄີ​ບັນດາ​​ເຜົ່າ-​ມໍລະດົກ​ວັດທະນະທຳ​ຫວຽດນາມ“ ທີ່​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 18/11 ຢູ່​ບ້ານ​ວັດທະນະທຳ-​ທ່ອງ​ທ່ຽວ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ທີ່​ຮ່າ​ໂນ້ຍ. ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ເນັ້ນໜັກ​ວ່າ:

​   “​ເພື່ອ​ສ້າງ ​ແລະ ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຕ້ອງ​ແກ້​ໄຂ​ການ​ພົວພັນ​ຜົນ​ປະ​ໂຫຍ​ດລະ​ຫວ່າງ​ບັນດາ​ສະມາຊິກ​ໃນ​ສັງຄົມ​ຢ່າງ​ກົມ​ກ່ຽວ; ​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ ປຊຊ ຊົນ​ເຜົ່າ​ສ່ວນ​ໜ້ອຍ; ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດ​າ ຄຸນຄ່າ​ດ້ານ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ເພື່ອ​​ເຮັດ​ໃຫ້​ບັນດາ​ເຜົ່າໃນ​ມະຫາ​ຄອບຄົວ​ຫວຽດນາມ​ ມີ​ຄວາ​ມສະ​ເໝີ​ພາບ, ສາມັກຄີ, ຮັກ​ແພງ, ​ເຄົາລົບ ​ແລະ ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ, ພ້ອມ​ກັນ​ກ້າວໜ້າ. ນີ້​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ, ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ຂອງ​ທັງ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ຮອດ​ຮາກ​ຖານ ​ແລະ ຕ້ອງ​ປະຕິບັດ​ຜ່ານ​ບັນດາ​ວຽກ​ງານ​ທີ່​ອຸດົມສົມບູນ, ມີ​ຊີວິດ​ຊີວາ, ​ແທດ​ຈິງ, ລະອຽດ, ນັບ​ແຕ່ເຂດທົ່ງພຽງ, ເຂດພູດ​ອຍ, ​ເຂດ​ຊາຍ​ແດນ, ໝູ່​ເກາະ​ທະ​ເລ, ຕອນ​ຫຼອດ​ຮອດກຳລັງ​ແຮງ, ພູມ​ປັນຍາ​ຂອງ​ພະນັກງານ, ສະມາຊິກ​ພັກ, ນັກຮົບ​, ຂອງ ປຊຊ 54 ຊົນ​ເຜົ່າ​ອ້າຍ​ນ້ອງແຕ່ລະຄົນ… “.

ຂ່າວ/ບົດ​ອື່ນ