( vovworld ) – ຕາມບໍລິສັດຂົນສົ່ງການບິນອະວະກາດເອີລົບ ( Arianespace ), ລູກສອນໄຟ Ariane 5 ສົ່ງດາວທຽມ Vinasat 2 ຂອງຫວຽດນາມ ໄດ້ກຽມພ້ອມຕິດຕັ້ງໃສ່ຖານທີ່ຍິງແລ້ວ. ລູກສອນໄຟໄດ້ຖືກຕິດຕັ້ງຢູ່ສະໜາມບິ່ນອະວະກາດເອີລົບ ໃນເກາະ Guiana ຂຶ້ນກັບປະເທດຝລັ່ງ ໃນຄໍ່າຄືນວັນທີ 14/5 ຕາມເວລາຫວຽດນາມ. ເຫດການນີ້ໄດ້ເປັນຂີດໝາຍບາດກ້າວກະກຽມສຸດທ້າຍຂອງການຍິງດາວທຽມໄດ້ຮັບການປະຕິບັດສຳເລັດແລ້ວ. ໂມງນັບເວລາເຖິງຂະນະຍິງດາວທຽມກໍໄດ້ເລີ່ມເຄື່ອນໄຫວແລ້ວ. ຄາດວ່າ, ການກະກຽມ ແລະ ຍິງດາວທຽມຈະດຳເນີນໃຊ້ເວລາ 2 ຊົ່ງໂມງ, ເຊິ່ງເລີ່ມແຕ່ 5 ໂມງ 13 ນາທີ ຕອນເຊົ້າວັນທີ 16/5 ຕາມເວລາຮ່າໂນ້ຍ.