(vovworld) - ສັນຍາແມ່ກ່ຽວກັບບ້ວງເງິນກູ້ດ້ວຍອັດຕາດວກເບ້ຍຕໍ່າຂອງ ສ.ເກົາຫຼີ ໄລຍະ 4 ປີ (2012 – 2015) ໄດ້ລົງນາມໃນລະຫວ່າງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ບຸຍກວາງວິງ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳຫວຽດນາມ ໃນຕອນເຊົ້າວັນທີ 21/12, ຢູ່ຮ່າໂນ້ຍ. ສັນຍາແມ່ກຳນົດບັນດາເງື່ອນໄຂຕອບສະໜອງ ແລະ ນຳໃຊ້ບ້ວງສິນເຊືອນີ້, ໃນນັ້ນໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດ; ຄົມມະນາຄົມ, ສະໜອງ - ລະບາຍນ້ຳ, ພະລັງງານພະລິດຄືນໃໝ່… ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ ໄດ້ຕີລາຄາວ່າ.
“ບັນດາໂຄງການໜູນຊ່ວຍ ODA ຂອງສ.ເກົາຫຼີ ໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຖືກຕາມລະດັບຄວາມຄືບໜ້າ ແລະ ນຳມາເຊິ່ງປະສິດທິຜົນທີ່ແທດຈິງໃຫ້ແກ່ເສດຖະກິດຫວຽດນາມ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບອົງການຮ່ວມມືສາກົນສ.ເກົ່າຫຼີ KOICA, ພ້ອມກັບທຸກອົງການຈັດຕັ້ງຂອງສ.ເກົາຫຼີ ເພື່ອຄຸ້ມຄອງ, ນຳໃຊ້ບັນດາແຫ່ຼງທຶນ ODA ໃນບັນດາຂົງເຂດ ຢ່າງມີປະສິດທິຜົນ, ຖືກຕາມລະດັບຄວາມຄືບໜ້າ.”
ໃນໄລຍະແຕ່ປີ 2012 – 2015, ລັດຖະບານ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາ ຈະສະໜອງທຶນກູ້ຢືມດ້ວຍຄ່າດອກເບ້ຍຕໍ່າໃຫ້ແກ່ຫວຽດນາມ ແມ່ນ 1,2 ຕື້ USD.