ສ.ເກົາຫຼີ ປະຕິເສດ ຂໍ້ສະເໜີສັນຕິພາບຂອງ ສປປ.ເກົາຫຼີ
(ພາບປະກອບ)
(vovworld) – ວັນທີ 01/07, ກະຊວງເອກະພາບສ.ເກົາຫຼີ ໄດ້ປະຕິເສດຂໍ້ສະເໜີຂອງສປປ.ເກົາຫຼີ ກ່ຽວກັບການຢຸດຕິທຸກການກະທຳທີ່ເປັນປໍລະປັກດ້ານການທະຫານແຕ່ວັນທີ 04/07 ຈະມາເຖິງ. ຄຳຖະແຫຼງຂອງກະຊວງເອກະພາບສ.ເກົາຫຼີ ຖືວ່າ ຂໍ້ສະເໜີຂອງຝ່າຍສປປ.ເກົາຫຼີ ແມ່ນ “ຂາດຄວາມສັດຊື່”, ພ້ອງທັງປະຕິເສດຂໍ້ອ້າງຂອງພຽງຢາງ ທີ່ເວົ້າວ່າ Seul ຕ້ອງຮັບຜິດຊອບການພົວພັນລະຫວ່າງ 2 ຝ່າຍທີ່ພວມຊົ່ວຮ້າຍລົງ ກໍ່ຄືຄວາມເຄັ່ງຕຶງດ້ານການທະຫານທີ່ພວມປິນຂັ້ນໄດລະຫວ່າງ 2 ພາກເກົາຫຼີ .
ກ່ອນໜ້ານັ້ນ, ວັນທີ 30/06, ຄະນະກຳມະການປ້ອງກັນຊາດສປປ.ເກົາຫຼີ ໄດ້ຢຸດຕິບັນດາການກະທຳທີ່ເປັນປໍລະປັກລະຫວ່າງ 2 ພາກເກົາຫຼີ ໂດຍບໍ່ຄາດຄິດ, ພ້ອມທັງສະເໜີໃຫ້ອາເມລິກາ ແລະ ສ.ເກົາຫຼີ ຍຸບເລິກການຊ້ອມຮົບຮ່ວມທີ່ມີຊື່ວ່າ “ຜູ້ປົກປັກຮັກສາເສລີພາບ Ulchi” ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ 08 ຈະມາເຖິງ, ເພື່ອສ້າງບັນຍາກາດທີ່ຕັ້ງໜ້າກວ່າກ່ອນທີ່ດຳເນີນງານມະຫາກຳກິລາອາຊີ (Asian Games) ແຕ່ວັນທີ 19/09 – 04/10 ຢູ່ນະຄອນ Imcheon, ສ.ເກົາຫຼີ. ຂໍ້ສະເໜີຂອງພຽງຢາງ ໄດ້ຍົກອອກມາໃນສະພາບສປປ.ເກົາຫຼີ ແລະ ສ.ເກົາຫຼີ ພວມກ້າວໄປເຖິງການສະເຫຼີມສະຫຼອງ 42 ປີແຫ່ງວັນລົງນາມໃນຂໍ້ຕົກລົງລະຫວ່າງ 2 ພາກເກົາຫຼີ ີເມື່ອວັນທີ 04/07/1972.