ສ.ເກົາຫຼີກັກກ່ຳປັ່ນຫາປາຢ່າງຜິດກົດໝາຍຂອງຈີນ

ສ.ເກົາຫຼີກັກກ່ຳປັ່ນຫາປາຢ່າງຜິດກົດໝາຍຂອງຈີນ - ảnh 1
ກຳ​ປັ່ນ​ຫາ​ປາ​ຂອງ ຈີນ
(ພາບ: ສຳ​ນັກ​ຂ່າວ​ສານ​ຊີນ​ຮ​ວາ)

(vovworld) – ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ ສ. ເກົາຫຼີ ທ່ານ​ໜຶ່ງ​ໂດຍໃຫ້​ຮູ້​ວ່າ: ວັນ​ທີ 1/11, ເປັນ​ຄັ້ງ​ທຳ​ອິດທີ່ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ປະ​ເທດນີ້ ໄດ້​​ໃຊ້​ປືນ​ເພື່ອ​​ກັກ​ບັນ​ດາ​ກ່ຳ​ປັ່ນ​ຂອງ ຈີນ ພວມ​​ເຄື່ອນ​ໄຫວ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ສ. ເກົາຫຼີ. ຫ້ອງ​ການ​ເຂດ​ພາກ​ກາງ​ຂອງ​ກຳ​ລັງ​ດັ່ງ​ກ່​່າວ​ປະ​ກາດ​ວ່າບັນ​ດາ​ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ປືນ M60 ຍິງ​​ຂຶ້ນ​ທ້ອງ​ຟ້າ​ເພື່ອ​ກັກ​ກ່ຳ​ປັ່ນ​ຫາ​ປາ​ຂອງ ຈີນ 2 ລຳ​​ທີ່ພວມ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຂອງ​ນະ​ຄອນ​ທ່າ​ກ່ຳ​ປັ່ນ Incheon ໃນ​ເວ​ລາ​ປະ​ມານ 17 ໂມງ​ຕາມ​ເວ​ລາ​ທ້ອງ​ຖິ່ນ. ແຫຼ່ງ​ຂ່າວ​ທາງ​ການ​ໃຫ້​ຮູ້​ວ່າ: ບໍ່​ມີ​ຊາວ​ປະ​ມົງ​ຜູ້​ໃດ​ຖືກ​ຮັບ​ບາດ​ເຈັບ ແລະ ບໍ່​ມີ​ຄວາມ​ເສຍ​ຫາຍ​ຫຍັງ​ກ່ຽວ​ກັບ​ດ້ານ​ວັດ​ຖ​ຸ. ຕາມ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ສ. ເກົາຫຼີ ແລ້ວ, ເຂົາ​ເຈົ້າ​ຕ້ອງ​ຍິງ​​ປືນ​ຍ້ອນ​ບັນ​ດາ​ກຳ​່​ປັ່ນ​ຫາ​ປານີ້​ຊອ​ກ​ຫາ​ວິ​ທີຫຼົບ​ໜີ. ປະ​ຈຸ​ບັນ, ກຳ​ລັງ​ນີ້​ພ​ວມ​ມາ​ນະ​ຍາ​ຍາມ​ເພີ່ມ​ທະ​ວີ​ບັນ​ດາ​ມາ​ດ​ຕະ​ການ​ຕ້ານ​​ການ​ຫາ​ປາ​ຜິດ​ກົດ​ໝາຍ, ພາຍຫຼັງ​​ທີ່ກ່ຳ​ປັ່ນ​ລາດ​​ຕະ​ເວນ​ລຳ​ໜຶ່ງ​ຂອງ​ເຂົາ​ເຈົ້າ​ຖືກ​ກ່ຳ​ປັ່ນ​ຂອ​ງຈີນ ຕຳ​ຈົມ​ນ້ຳ​ເມື່ອ​​ຕົ້ນເດືອນ​ກ່ອນ.


ຂ່າວ/ບົດ​ອື່ນ