(vovworld) – ສ.ເກົາຫຼີ ຢັ້ງຢືນເລື່ອງສປປ.ເກົາຫຼີ ຈັບຕົວ Joo Won Moon, ອາຍຸ 21 ປີ, ເປັນພົນລະເມືອງຂອງສ.ເກົາຫຼີ ຖືບັດຂຽວຂອງອາເມລິກາ. ແຕ່ວ່າ, ເຊີອຸ່ນ ຍັງບໍ່ທັນຮູ້ວ່າຜູ້ນີ້ໄດ້ຕັ້ງໃຈແຊກຊຶມເຂົ້າສປປ.ເກົາຫຼີ ຢ່າງຜິດກົດໝາຍຫຼືບໍ່. ວັນທີ 03/05, ເຈົ້າໜ້າທີ່ບໍ່ເຜີຍຊື່ຂອງກະຊວງເອກະພາບສ.ເກົາຫຼີ ຢືນຢັນວ່າ, ອົງການດັ່ງກ່າວພວມຊອກຫາວິທີຮັບເອົາຂໍ້ມູນກ່ຽວກັບການໄປມາຂອງ Joo Won Moon ກໍ່ຄືເຫດຜົນທີ່ຖືກສປປ.ເກົາຫຼີ ຈັບຕົວ.
ກ່ອນໜ້ານັ້ນ, ວັນທີ 02/05, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, Joo Won Moon ຖືກຈັບຕົວໃນວັນທີ 22/04, ພາຍຫຼັງຊອກຫາວິທີແຊກຊຶມເຂົ້າສປປ.ເກົາຫຼີ ຢ່າງຜິດກົດໝາຍໂດຍຂ້າມຜ່ານແມ່ນ້ຳ Yalu. KCNA ໃຫ້ຮູ້ວ່າ, ໃນເວລາຖືກວົງການເຈົ້າໜ້າທີ່ປະເທດນີ້ສໍ້ຖາມ, Joo Won Moon ຍອມຮັບໄດ້ລະເມີດກົດໝາຍຂອງສປປ.ເກົາຫຼີ .