ສ.ເກົາຫຼີສືບຕໍ່ຮຽກໂຮມເຈົ້າໜ້າທີ່ການທູດຈີນເພື່ອຄັດຄ້ານກ່ຽວກັບກໍລະນິກ່ຳປັ່ນຕຳກັນ

ສ.ເກົາຫຼີສືບຕໍ່ຮຽກໂຮມເຈົ້າໜ້າທີ່ການທູດຈີນເພື່ອຄັດຄ້ານກ່ຽວກັບກໍລະນິກ່ຳປັ່ນຕຳກັນ - ảnh 1
ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ສ. ເກົາຫຼີ ຈັບ​ບັນ​ດາ​ກ່ຳ​ປັ່ນ​ຫາ​ປາ​ຂອງ ຈີນ ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ​ເມື່ອ​ເດືອນ 6/2016 (ພາບ​ປະ​ກອບ​ຈາກ:AFP)


(vovworld) – ວັນ​ທີ 13/10, ສຳ​ນັກ​ຂ່າວ​ສານ Yonhap ໃຫ້​ຮູ້​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ ໄດ້​ຮຽກ​ໂຮມ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ສະ​ຖານ​ທູ​ດ ຈີນ ປະ​ຈຳ ປະ​ເທດນີ້ ມາ​ເພື່ອ​ຄັດ​ຄ້ານ​​ຢ່າງ​ເປັນ​ທາງ​ການ​ໃນກໍ​ລະ​ນີ​ທີ່ ເຊີ​ອູນ ຖື​ວ່າ​ ​ກ່ຳ​ປັ່ນ​ຫາ​ປາ​ຂອງ ຈີນ “ໄດ້ຕັ້ງ​ໃຈ​​ຕຳ​​ໃສ່​ກ່ຳ​ປັ່ນ​ຂອງ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ສ. ເກົາຫຼີ ​ຈົມ​ນ້ຳ ໃນ​ວັນ​ທີ 7/10 ຜ່ານ​ມາ​”. Yonhap ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ ທ່ານ Yun Byung – see ​ຂອງ​ວາ​ລະ​ປະ​ຊຸມ​ໃນ​ວັນ​ດຽວ​ກັນ​ທີ່​ສະ​ພາ​ແຫ່ງ​ຊາດ ໂດຍ​ໃຫ້​ຮູ້​ວ່າ: ສ. ເກົາຫຼີ ໄດ້​ຮຽກ​ໂຮມ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ ຈີນ ປະ​ຈຳ​ ເຊີ​ອູນ ມາ​ເພື່ອ​ແນະ​ນຳ​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ລັດ​ຖະ​ບານ ສ. ເກົາຫຼີ. ເຊີ​ອູນ ຮຽກ​ຮ້ອງ​ໃຫ້ ປັກ​ກິ່ງ ​ຈົ່ງມີ​ການ​​ກະ​ທຳ​ເພື່ອ​ສືບ​ສວນ, ຈັບ​ຕົວ ແລະ ​ລົງ​ໂທດ​ບັນ​ດາ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ. ທ່ານ Yun Byung – see ໃຫ້​ຮູ້​ວ່າ: ສ. ເກົາຫຼີ ຈະ​ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ເຕີມ​ຢ່າງ​ຮອບ​ດ້ານ​ໃຫ້​ແກ່​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້ ພາຍຫຼັງ​ທີ່​ພິ​ຈາ​ລະ​ນາ​ກະ​ທົບ​ຄຳ​ຕອບ​ຂອງ ປັກ​ກິ່ງ ​ສຳ​ລັບ​ບັນ​ດາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຂອງ ເຊີ​ອູນ. ນີ້​ແມ່ນ​ຄັ້ງ​ທີ 3 ​ທີ່ຝ່າຍ ສ. ເກົາຫຼີ ໄດ້​ຮຽກ​ໂຮມ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ຂອງ ຈີນ ມາ​ເພື່ອ​ຄັດ​ຄ້ານ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ