ສ.ເຊັກສະໜັບສະໜູນ ການສ້າງຕັ້ງກອງທັບ ເອີລົບຮ່ວມ
ກອງທັບສ.ເຊັກ
(ພາບ: AP)
(vovworld)- ໃນຊຸມມື້ນີ້, ການສ້າງຕັ້ງກອງທັບເອີລົບຮ່ວມພວມແມ່ນບັນຫາທີ່ເຄັ່ງຮ້ອນຢູ່ປະເທດ ສ.ເຊັກ. ນີ້ກໍ່ແມ່ນຫົວເລື່ອງຖືກເຕື້ອງເຖິງເປັນຫຼາຍເທື່ອທີ່ກອງປະຊຸມລະນຶກ 15 ປີແຫ່ງວັນ ເຊັກ ເຊົ້າເປັນສະມາຊິກອົງການ ນາໂຕ ຊື່ງດຳເນີນໄປໃນວັນທີ 12/3 ຢູ່ນະຄອນຫຼວງ ປຣາຮາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Milos Zeman ປະທານາທິບໍດີ ສ.ເຊັກ ໃຫ້ຂໍ້ສັງເກດວ່າ: ວິກິດການປະຈຸບັນຢູ່ຢູແກຼນ ແມ່ນໄພອັນຕະລາຍຕໍ່ຄວາມສະຫງົບປອດໄພ ແລະ ຖືວ່າ: ສະພາບການຢູ່ຢູແກຼນ ສະແດງໃຫ້ເຫັນຄວາມຕ້ອງການສ້າງຕັ້ງກຳລັງທະຫານລວມຂອງເອີລົບ ຊື່ງແມ່ນບັນຫາໄດ້ຮັບການປຶກສາຫາລືໃນຫຼາຍປີມານີ້. ທ່ານປະທານາທິບໍດີ Milos Zeman ເນັ້ນໜັກວ່າ, ຕ້ອງສ້າງເສົາຄ້ຳທີ 2 ຂອງນາໂຕ ຄຽງຄ້າງເສົາຄ້ຳອາເມລິກາເໜືອໃຫ້ສຳເລັດ ດ້ວຍຮູບການສ້າງຕັ້ງກອງທັບຮ່ວມຂອງເອີລົບ, ເໝາະສົມກັບບັນດາທ່າອຽງຮ່ວມສຳພັນໃນປະຈຸບັນໃນຂອບເຂດສະຫະພາບເອີລົບ (ອີຢູ)./.