(vovworld) - ຫັນບັນດາແຫຼ່ງກຳລັງກໍ່ສ້າງຊົນນະບົດໃໝ່ເປັນຫຼາຍຮູບຫຼາຍແບບ. ນີ້ແມ່ນ 1 ໃນຈຳນວນ 8 ໜ້າທີ່ຈຸດສຸມໃນປີ 2012 ຂອງ ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ເຊິ່ງທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ສະຫຼຸບໃນແຈ້ງການ ເມື່ອວັນທີ 9/5 ຂອງຫ້ອງວ່າການລັດຖະບານ. ຕາມທ່ານຮອງນາຍົກລັດຖະມົນຕີ Vu Van Ninh ແລ້ວ, ແຫຼ່ງກຳລັງຈາກງົບປະມານແຫ່ງລັດແມ່ນສຳຄັນທີ່ສຸດ ດັ່ງນັ້ນ, ພ້ອມກັບການປະຕິບັດສົມທົບບັນດາແຫຼ່ງກຳລັງ, ບັນດາໂຄງການຈຸດໝາຍແຫ່ງຊາດໃນບໍລິເວນແລ້ວ. ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ຄວນສະເໜີບັນດາມາດຕະການຍົກຍອດຈຳນວນເງິນໜູນຊ່ວຍໂດຍກົງຈາກງົບປະມານໃຫ້ແກ່ໂຄງການກໍ່ສ້າງຊົນນະບົດໃໝ່.