ຫລາຍການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນຫວຽດນາມປີ2016
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ພົບປະສັງສັນ
ກັບ 100 ຜູ້ບໍລິຈາກເລືອດອາສາສະໝັກດີເດັ່ນ ຫວຽດນາມ
(ພາບ: TTXVN)
(vovworld) - ເພື່ອຕອບສະໜອງ “ວັນເຊີດຊູຜູ້ບໍລິຈາກເລືອດສາກົນ” (14/06) ດ້ວຍສານ “ຢາດເລືອດບໍລິຈາກ - ໃຫ້ຊີວິດໃໝ່”, ຕອນບ່າຍວັນທີ 14/06 ຢູ່ ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດອາສາສະໝັກ ໄດ້ຈັດຕັ້ງພິທີເຊີດຊູຜູ້ບໍລິຈາກເລືອດດີເດັ່ນ ຫວຽດນາມ ປີ 2016. ມີ 100 ແບບຢ່າງດີເດັ່ນບໍລິຈາກເລືອດອາສາສະໝັກໄດ້ຮັບການເຊີດຊູໃນຄັ້ງນີ້ ລ້ວນແຕ່ມີການປະກອບສ່ວນພິເສດໃຫ້ວຽກງານບໍລິຈາກເລືອດ ແລະ ຂົນຂວາຍການບໍລິຈາກເລືອກອາສາສະໝັກ.
ແລະໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ພົບປະສັງສັນກັບ 100 ຜູ້ບໍລິຈາກເລືອດອາສາສະໝັກດີເດັ່ນ ຫວຽດນາມ ປີ 2016. ທີ່ການພົບປະສັງສັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮັບຮູ້ ແລະ ຕີລາຄາສູງບັນດາການເຄື່ອນໄຫວຂອງຄະນະຊີ້ນຳແຫ່ງຊາດຂົນຂວາຍບໍລິຈາກເລືອດອາສາສະໝັກ ແລະ ຜູ້ບໍລິຈາກເລືອດອາສາມະໝັກດີເດັ່ນຂອງບັນດາແຂວງ, ນະຄອນຈຳນວນ 100 ຄົນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດອາສາສະໝັກ ຄວນຍູ້ແຮງການເຄື່ອນໄຫວອາສາສະໝັກນີ້.