ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບຜູ້ວ່າການລັດThurigenເຢຍລະມັນ

(VOVWORLD) -ຕອນເຊົ້າວັນທີ 9 ເມສາ ຢູ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງ, ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບ ທ່ານ Bodo Ramelow ຜູ້ວ່າການລັດ  Thurigen  ປະເທດເຢຍລະມັນ ເນື່ອງໃນໂອກາດທ່ານ ແລະ ຄະນະຜູ້ແທນຂັ້ນສູງບັນດາວິສາຫະກິດ ຂອງລັດ Thurigen ມາ ຢ້ຽມຢາມຫວຽດນາມ.
ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງຕ້ອນຮັບຜູ້ວ່າການລັດThurigenເຢຍລະມັນ - ảnh 1ທ່ານ ຮ່ວາງບີງກວັນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ຕ້ອນຮັບ ທ່ານ Bodo Ramelow ຜູ້ວ່າການລັດ  Thurigen  ປະເທດເຢຍລະມັນ  (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ ຮ່ວາງບີງກວນຢືນຢັນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ, ໃນນັ້ນ ມີການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາລັດຂອງເຢຍລະມັນ. ຜູ້ວ່າການລັດ Thurigen ເປັນດີວ່າ ສອງຝ່າຍຄວນຍູ້ແຮງການແລກປ່ຽນ, ເພີ່ມທະວີການພົວພັນລະຫວ່າງບັນດາພັກການເມືອງ ເພື່ອເປັນພື້ນຖານຍູ້ແຮງການພົວພັນດ້ານເສດຖະກິດ ການຄ້າ, ການລົງທຶນ, ການພົວພັນແລກປ່ຽນລະຫວ່າງປະຊາຊົນໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ