ຫວຽດນາມ ຄັດຄ້ານ​ຈີນ​ມີ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ.

ຫວຽດນາມ ຄັດຄ້ານ​ຈີນ​ມີ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ. - ảnh 1
ທ່ານເລືອ​ງ​ແທນ​ຫງີ້ ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຫວຽດນາມ
ພາບ: internet



(vovworld) - ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຈີນ​ສືບ​ຕໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ. ວັນ​ທີ 15/3, ທ່ານ​ເລືອ​ງ​ແທນ​ຫງີ້ ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ​ແມ່ນ​ພາກສ່ວນ​ຫນຶ່ງ​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຜືນ​​ແຜ່ນດິນ​ຂອງ​ຫວຽດນາມ​ໄດ້. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຈີນຢູ່​ໝູ່​ເກາະ​ຮ່ວາງ​ຊາ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ, ລະ​ເມີດ​ກົດໝາຍສາກົນ, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຊຶ່ງ​ໄດ້​ລົງ​ນາມ​ໃນ​ປີ 2020 ລະຫວ່າງ​ອາຊຽນ ​ແລະ ຈີນ ​ໄປ​ຝືນ​ກັບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ ​ແລະ ບໍ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຈີນ. ທ່ານ​ເລືອ​ງ​ແທນ​ຫງີ້ ຊີ້​ແຈງ​ວ່າ: ຫວຽດນາມ ຮຽກຮ້ອງ​ໃຫ້​ຈີນ ຈົ່ງ​ເຄົາລົບ​ອະທິ​ປະ​ໄຕ​ຂອງ​ຫວຽດນາມ​, ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງຊາປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ