ຫວຽດນາມ ຈະຂາຍກວ່າ 5 ລ້ານສິນເຊື່ອກາກບອນປ່າໄມ້

(VOVWORLD) - ນີ້ສືບຕໍ່ແມ່ນຂໍ້ມູນຂ່າວສານທີ່ຕັ້ງໜ້າໃນການຫັນສິນເຊື່ອກາກບອນປ່າໄມ້ຂອງ ຫວຽດນາມ ເປັນການຄ້າ.
ຫວຽດນາມ ຈະຂາຍກວ່າ 5 ລ້ານສິນເຊື່ອກາກບອນປ່າໄມ້ - ảnh 1(ພາບປະກອບ: nongnghiep.vn)

ຫວຽດນາມ ຈະມອບໂອນໃຫ້ອົງການ LEAF/Emergent 5,15 ສິນເຊື່ອກາກບອນປ່າໄມ້ (ເທົ່າກັບ 5,15 ລ້ານໂຕນກາກບອນ), ຢູ່ 11 ແຂວງເຂດທິດໃຕ້ພາກກາງ ແລະ ເຂດ ໄຕງວຽນ ໃນໄລຍະ 2022 – 2026, ດ້ວຍລາຄາຕ່ຳສຸດແມ່ນ 10 ລ້ານ USD/ ໂຕນ. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ນີ້ສືບຕໍ່ແມ່ນຂໍ້ມູນຂ່າວສານທີ່ຕັ້ງໜ້າໃນການຫັນສິນເຊື່ອກາກບອນປ່າໄມ້ຂອງ ຫວຽດນາມ ເປັນການຄ້າ. ປະຈຸບັນ, ທາງກະຊວງໄດ້ສ້າງສຳເນົາຈົດທະບຽນອອກໃບສິນເຊື່ອກາກບອນສຳເລັດຕາມມາດຕະຖານ TREES. ພ້ອມທັງ, ຮີບເຮັ່ງຈັດບັນດາການເຈລະຈາດ້ານວິຊາການກັບອົງການ Emergent.

ກ່ອນໜ້ານັ້ນ, ທ້າຍເກືອນ ມີນາ, ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນ ອາຊີ - ປີຊີຟິກ ໄດ້ຮັບຈຳນວນເງິນ 51 ລ້ານ USD ໂດຍອີງໃສ່ໝາກຜົນການຫຼຸດຜ່ອນການປ່ອຍອາຍພິດຢູ່ 6 ແຂວງທິດເໜືອພາກກາງ, ຈາກກອງທຶນຄູ່ຮ່ວມມືກາກບອນກະສິກຳຂອງທະນາຄານໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ