ຫວຽດນາມ ຈະສືບຕໍ່ສົມທົບກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍລວມ

(VOVWORLD) - ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ; ຕີລາຄາສູງບັນດາໂຄງການຮ່ວມມືມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ລ້າງທາດພິດດີໂອຊິນ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍ

ວັນທີ 06 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ແລະ ບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຫວຽດນາມ ຈະສືບຕໍ່ສົມທົບກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍລວມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ

          ທີ່ການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ; ຕີລາຄາສູງບັນດາໂຄງການຮ່ວມມືມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ລ້າງທາດພິດດີໂອຊິນ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍ; ພ້ອມທັງສະແດງຄວາມຊົມເຊີຍຕໍ່ເລື່ອງ 2 ປະເທດໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນສະພາບເກີດໂລກລະບາດໂຄວິດ-19.

          ດ້ວຍຖານະຕຳແໜ່ງເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ຫວຽດນາມ ຈະສືບຕໍ່ສົມທົບກັບ ອາເມລິກາ ແລະ ບັນດາຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍລວມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

          ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຢືນຢັນວ່າ: ອາເມລິກາ ຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາການພົວພັນກັບ ຫວຽດນາມ ເປັນປົກກະຕິ, ສືບຕໍ່ເພີ່ມທະວີການຮ່ວມມືມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມໃຫ້ ຫວຽດນາມ; ທ່ານ Mike Pompeo ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການສົມທົບກັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ.

          ທີ່ການໂອ້ລົມດັ່ງກ່າວ, 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ-19, ໜູນຊ່ວຍພົນລະເມືອງ 2 ປະເທດກັບຄືນປະເທດໂດຍໄວ, ສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂ ແລະ ຮັກສາລະບົບສະໜອງໃຫ້ພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ